ຈັດກິດ​ຈະ​ກຳໂຄມ​ໄຟ​ປີ​ໃໝ່​ຈີນ​ຊິດ​ນີ2018ຢ່າງຍິ່ງ​ໃຫຍ່​
2018-02-24 10:55:33  cri 

ຕາມ​ຂ່າວCRI: ຕອນ​ຄ່ຳ​ວັນ​ທີ 23 ກຸມ​ພາ​ນີ້, ກິດ​ຈະ​ກຳໂຄມ​ໄຟເພື່ອ​ສະ​ຫຼອງ​ປີ​ໃໝ່​ຈີນ​ຊິດ​ນີ 2018 ໄດ້​ຈັດ​ຂຶ້ນ​ຢ່າງ​ຍິ່ງ​ໃຫຍ່​ຢູ່​ທ່າ​ດາ​ລີງ (Darling Harbour) ທີີ່​ມີ​ນັກ​ທ່ອງ​ທ່ຽວ​ຈຳ​ນວນ​ຫຼວງ​ຫຼາຍ.

ນັບ​ແຕ່​ປີ 2015 ເປັນ​ຕົ້ນ​​ມາ, ກິດ​ຈະ​ກຳໂຄມ​ໄຟ​ປີ​ໃໝ່​ຈີນ​ຊິດ​ນີທີ່​ຈັດ​ຂຶ້ນ​ໂດຍ​ສະ​ມາ​ຄົມ​ຊຸກ​ຍູ້​ການ​ແລກ​ປ່ຽນ​ເສດ​ຖະ​ກິດ​ການ​ຄ້າ ແລະ ວັດ​ທະ​ນະ​ທຳ​ຈີນ​ຂອງ​ອົ​ສ​ຕຼາ​ລີ ແລະ ກຸ່ມ​ບໍ​ລິ​ສັດ​ສື່​​ແລະວັດ​ທະ​ນະ​ທຳ​ນານ​ໄຫ​ຂອງ​ອົ​ສຕຼາ​ລີ​ນັ້ນ​ກໍ່​ໄດ້ກາຍ​ເປັນ​ງານ​ມະ​ຫາ​ກຳ​​ທີ່​ສະ​ແດງວັດ​ທະ​ນະ​ທຳ​ຫຼາຍເຄົ້າ​ປະ​ຈຳ​ປີ​ຂອງ​ທ້ອງ​ຖິ່ນ, ເຮັດ​ໃຫ້​​ຈີນຕ່າງ​ດ້າວ, ຊາວ​ອົ​ສ​ຕຼາ​ລີ​ທີ່​ມີ​ເຊື້ອ​ສາຍ​ຈີນ ແລະ ພົນ​ລະ​ເມືອງ​ທ້ອງ​ຖິ່ນ ພ້ອ​ມ​ທັງ​ນັກ​ທ່ອງ​ທ່ຽວ​ທີ່​ມາ​ຈາກ​ແຫ່ງ​ຕ່າງໆ​ຂອງ​ໂລກ​ມີ​ໂອ​ກາດ​ສຳ​ຜັດ​ກັບ​ສະ​ເໜ່​ຂອງວັດ​ທະນະ​ທຳ​ອັນ​​ເປັນ​ມູນ​ເຊື້ອ​ຂອງ​ຈີນ​ໂດຍ​ຜ່ານ​​ການຊົມ​ໂຄມ​ໄຟ​ທີ່​ສວຍ​ງາມ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ