ສະ​ພາ​ຄວາມ​ໝັ້ນ​ຄົງ​ເປັນ​ເອ​ກະ​ສັນ​ກັນ​ຮັ​ບ​ຮອງ​ມະ​ຕິ​ຢຸດ​ຍິງ​ໃນທົ່ວ​ປະ​ເທດ​ຊີ​ຣີ
2018-02-25 17:10:53  cri 
ວັນ​ທີ 24 ກຸມ​ພານີ້, ສະ​ພາ​ຄວາມ​ໝັ້ນ​ຄົງອົງ​ການ​ສະ​ຫະ​ປ​​ະຊາ​ຊາດ​ໄດ້ເປັນ​ເອ​ກະ​ສັນ​ກັນ​ຮັ​ບ​ຮອງ​​ມະ​ຕິ​ເລກ 2401 ເພື່ອ​ຮຽກ​ຮ້ອງ​ໃຫ້ທົ່ວ​ປະ​ເທດ​ຊີ​ຣີຢຸດ​ຍິງ​​ຢ່າງ​ໜ້ອຍ 30 ວັນ.

ອີງ​ຕາມ​ມະ​ຕິ​ດັ່ງ​ກ່າວນີ້, ພາຍ​ຫຼັງ​ຢຸດ​ຕິ​ການ​ເປັນ​ການ​ບໍ​ລະ​ປັກ​ກັນ​ພາຍ​ໃນ​ຊີ​ຣີ​ແລ້ວ, ​​ຝ່າຍ​ຕ່າງໆ​ທີ່​ກ່ຽວ​ຂ້ອງ​ຄວນ​ຮັບ​ປະ​ກັນ​ໃຫ້​ ຂະ​ບວນ​ລົດ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ​ທີ່​ຂົນ​ສົ່ງ​ຢາ​ປິ່ນ​ປົວ​ແລະ​ອຸ​ປະ​ກອນ​ຜ່າ​ຕັດ​ຂອງອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ແລະ​​ຄູ່​ຮ່ວມ​ມື​ ສາ​ມາດ​ແລ່ນ​ຜ່ານ​ຢ່າ​ງ​ປອດ​ໄພ ສະ​ດວກ​ແລະ​ຕໍ່​ເນື່ອງ​ໃນທຸກອາ​ທິດ, ເຮັດ​ໃຫ້​ວັດ​ຖຸ​ແລະ​ອຸ​ປະ​ກອນຊ່ວຍ​ເຫຼືອ​ສາ​ມາດ​ສົ່ງ​ໄປໃຫ້ຜູ້​ຕ້ອງ​ການ​ການ​ຊ່ວຍ​ເຫຼືອ​ພາຍ​ໃນ​ຊີ​ຣີ​ຢ່າງ​ສະ​ດວກ, ໂດ​ຍ​ສະ​ເພາະ​ແມ່ນ​ເຂດ​ທີ່​ເຂົ້າ​ໄປ​ຍາກ​ແລະ​​ເຂດ​ທີ່ຖືກ​ປິດ​ລ້ອມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ