ເຫດ​ການລົດຍົນ​ລະ​ເບີດຂອງ​ໂຊ​ມາ​ລີ​ເຮັດ​ໃຫ້​​ມີ​ຜູ້​ເສຍ​ຊີ​ວິດ​ເຖິງ 32 ຄົນ
2018-02-25 17:37:15  cri 
ວັນ​ທີ 24 ກຸມ​ພານີ້ ບຸກ​ຄົນ​ພາກ​ສ່ວນຄວາມ​ໝັ້ນ​ຄົງໂຊ​ມາ​ລີ​ເຜີຍ​ໃຫ້​ຮູ້​ວ່າ, ການ​ຫຼອນ​ໂຈມ​ຕີດ້ວຍ​ລະ​ເບີດ​​ລົດຍົນ​ສອງ​ເລື່ອງ​ທີ່​ເກີດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງໂມ​ກາ​ຕີ​ຊາ​ແຫ່ງ​ໂຊ​ມາ​ລີ​ ໄດ້​ເຮັດ​ໃຫ້​​ມີ​ຜູ້​ເສ​ຍ​ຊີ​ວິດ​ເຖິງ 32 ຄົນ.

ຕາມ​ຂ່າວ​ຈາກ​ພາກ​ສ່ວນ​ຄວາມ​ໝັ້ນ​ຄົງ,ໃນ​ເວ​ລາ 6 ໂມງ​ແລງວັນ​ທີ 23 ກຸມ​ພານີ້, ມີ​ລົດ​ທີ່​ບັນ​ຈຸ​ລູກ​ລະ​ເບີດ​ຂອງ​ພວກ​ປະ​ກອບ​ອາ​ວຸດ​ຄັນ​ໜຶ່ງ​ໄດ້​ລະ​ເບີດ​ຂຶ້ນ​ຢູ່​ບ່ອນ​ໃກ້​ສຳ​ນັກ​ງານ​ໃຫຍ່​ອົງ​ການ​ຂ່າວ​ລັບ​ແລະ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ໂຊ​ມາ​ລີ,​ຫຼັງ​ຈາກນັ້ນ 15 ​ນາ​ທີ, ມີ​ລົດ​ຄັນ​ໜຶ່ງ​ແລ່ນ​ໄປ​ສູ່​​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ​ໄດ້​ລະ​ເບີດຂຶ້ນ​ຢູ່​ຕາມ​ຖະ​ໜົນຫົນ​ທາງໃກ້​ກັບ​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ. ການ​ລະ​ເບີດ​ສອງ​ຄັ້ງ​ລ້ວນ​ແຕ່​ເກີດ​ມີ​ສຽງ​ດັງ​ໃຫຍ່.

ຕາມ​ຂ່າວ​ວ່າ, ມີ​ຜູ້​ປະ​ກອບ​ອາ​ວຸດ 5 ຄົນ​ຖືກ​ຍິງ​ຕາຍ​ຢູ່​ເຂດ​​ໃກ້​ກັບ​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ, ແລະ​ມີ​ພະ​ນັກ​ງານ​ຄວາມ​ໝັ້ນ​ຄົງ​ຂອງ​ໂຊ​ມາ​ລີ​ຄົນ​ໜຶ່ງໄດ້​ເສຍ​ຊີ​ວິດ​ໃນ​ການ​ຍິງ​ປືນ​ກັນ.

ພັກ​ຊາວ​ໜຸ່ມ​ໂຊ​ມາ​ລີ​ກ່າວ​ວ່າ​ໄດ້​ກໍ່​ເຫດ​ການ​ຫຼອນ​ໂຈມ​ຕີ​ດ້ວຍ​ລະ​ເບີດລົດ​ຍົນ​ໃນ​ວັນ​ທີ 23 ກຸມ​ພານີ້, ພັກ​ຊາວ​ໜຸ່ມ​ແມ່ນ​ອົງ​ການ​ຫົວ​ຮຸນ​ແຮງ​ທີ່​ມີ​​ສ່ວນກ່ຽວ​ຂ້ອງ​ກັບ​ອົງ​ການ​​ອັນ​ເຄ​ດາ, ໃນ​ຫຼາຍ​ປີ​ມໍ່ໆ​ມາ​ນີ້​ໄດ້​ກໍ່​ເຫດ​ການ​ຫຼອນ​ໂຈມ​ຕີ​​ແບບກໍ່​ການ​ຮ້າຍ​ຫຼາຍ​ເທື່ອ​ຢູ່​ໂຊ​ມາ​ລີ​ແລະ​ປ​​ະ​ເທດໃກ້​ຄຽງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ