ຈັດ​ກິດ​ຈະ​ກຳ​ແຫ່​ຂະ​ບວນ​ບຸ​ນ​ກຸດ​ຈີນ​ຢູ່​ເມືອງ​ເກົ່າເກນ​ທ໌
2018-02-25 16:01:14  cri 

ຫຼັງ​ຈາກ​ຈັດ​ກິດ​ຈະ​ກຳ​ແຫ່​ຂະ​ບວນ​ບຸນ​ກຸດ​ຈີນ​ຢູ່​ນະ​ຄອນ​ຫຼວງບ​ຣູກ​ແຊນ​ປະ​ເທດ​ແບນ​ຊິກ​ເປັນ​ເວ​ລາ 2 ປີ​ຢ່າງ​ລຽນ​ຕິດແລ້ວ, ການ​ແຫ່​ຂະ​ບວນ​ບຸນ​ກຸດ​ຈີນປີ 2018 ໄດ້​ມາ​ຮອດ​ເມືອງເກນ​ທ໌ ເຊິ່ງ​ເປັນ​ເມືອງ​ເກົ່າ​ວັດ​ທະ​ນະ​ທຳພັນ​ປີ​ຂອງ​ແບນ​ຊິກ​ໃນ​ວັນ​ທີ 24 ກຸມ​ພາ​ນີ້.

ທ່ານ​ຊິກ​ຟ​ຣິດ ປ​ຣາກ ປະ​ທາ​ນ​ສະ​ພາ​ຕ່ຳ​ແບກ​ຊິກ​ຍ້ອງ​ຍໍ​ກິດ​ຈະ​ກຳ​ແຫ່​ຂະ​ບວນ​​ມີ​ຄວາມມ່ວນ​ຊື່ນ ແລະ ​ຫຼາກ​ຫຼາຍ​ສີ​ສັນ, ມີ​ຜົນ​ດີ​ເພິ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ​ກັນ​ລະ​ຫວ່າງແບນ​ຊິກ ແລະ ຈີນ.

ເທື່ອ​ນີ້​ແມ່ນ​ກິດ​ຈະ​ກຳ​ແຫ່​ຂະ​ບວນ​ບຸນ​ກຸດ​ຈີນ​ຈັດ​ຂຶ້ນ​ຢູ່​ເມືອງ​ເກນທ໌​ເປັນ​ເທື່ອ​ທຳ​ອິດ. ທ່ານ​ສີ​ຊີ່ງ ເອກ​ອັກ​ຄະ​ລັດ​ຖະ​ທູ​ດ​ຈີນ​ປະ​ຈຳ​ແບນ​ຊິກ​ບອກ​ໃຫ້​ຮູ້​ວ່າ, ຫວັງ​ວ່າ​ກິດ​ຈະ​ກຳ​ມ່ວນ​ຊື່​ນ​​ຕ່າງໆໃນ​ຍາມ​ບຸນ​ກຸດ​ຈີນ​ສາ​ມາດ​ກ້າວ​ໄປ​ສູ່​ທຸກ​​ແຫ່ງຫົນ​ຂອງ​ແບນ​ຊິກ.

ເມືອງ​ເກນ​ທ໌​ແມ່ນ​ຕົວ​ເມືອງ​ທີ່​ມີ​ອິດ​ທິ​ພົນ ແລະ ຈຸດ​ພິ​ເສດ​ຂອງ​ເຂດ​ຟ​ຣານ​ເຕີ​ສ໌ ພາກ​ເໜືອ​ແບນ​ຊິກ, ມີ​ປະ​ຫວັດ​ສາດ​ອັນ​ຍາວ​ນານ, ​ມີການ​ຮ່ວມ​ມື​ກັບ​ຈີນ​​ໃນ​ຫຼາຍ​ດ້ານ, ​ເປັນ​ແບບ​ຢ່າງ​ແຫ່ງ​ກ່ານ​ຮ່ວມ​ມື​ກັ​ແບບຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ລະ​ຫ່​ວາງ​ຈີນ ແລະ ແບນ​ຊິກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ