ຕຳຫຼວດ​ອິນ​ໂດ​ເນ​ເຊຍ​ຢຶດ​ຢາ​ໄອ​ສ​ໄດ້ເກືອບ 6 ໂຕນ​ໃນ​ສອງ​ເດືອນ​ຜ່ານ​ມາ
2018-02-26 14:37:10  cri 
ຂ່າວ​ສານ​ອັນ​ຕາ​ລາ​ອິ​ນ​ໂດ​ເນ​ເຊຍ​ລາຍ​ງານ​ໃນ​ວັນ​ທີ 25 ກຸມ​ພາ​ນີ້​ວ່າ: ​ປີ 2017 ຜ່ານ​ມາ, ຂະ​ແໜງ​ການ​ປະ​ຕິ​ບັດ​ກົດໝາຍ​ຂອງ​ປະ​ເທດ​ຕົນສ​າ​ມາດ​ມ້າງ​ຄະ​ດີ​ຄ້າ​ຂາຍ​ຢາ​ເສບ​ຕິດ ​ໄດ້ 342 ລາຍແລະ​ຢຶດ​ຢາ​ເສບ​ຕິດ​ໄດ້ 2132 ໂຕນ. ສະ​ເພາະ​ແຕ່​ເວ​ລາບໍ່​ຮອດ 2 ເດືອນ​ຜ່ານ​ມາ, ກໍ​​ສາ​ມາດ​ມ້າງ​ຄະ​ດີ​ຂ້າ​ຂາຍ​ຢາ​ເສບ​ຕິດ​ໄດ້​ເກືອບ 60 ລາຍ, ຢຶດ​ຢາ​ໄອ​ສ​ໄດ້​ເຖິງ 5,9 ໂຕນ.

ຄະ​ນະ​ກຳ​ມະ​ການ​ປາບ​ປາມ​ຢາ​ເສບ​ຕິດ​ແຫ່ງ​ຊາດ​ອິນ​ໂດ​ເນ​ເຊຍ​ເປີດ​ເຜີຍ​ວ່າ: ​ໃນ​ຊຸມ​ປີ​ຜ່ານ​ມາ,​ຈຳ​ນວນຜູ້​ເສບ​ຢາ​ເສບ​ຕິດ​ປະ​ເທດ​ຕົນ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ. ປີ 2008 ມີ 3 ລ້ານ 3 ແສນ​ຄົນ; ປີ 2011 ເພີ່ມ​ຂຶ້ນ​ເຖິງ 4 ລ້ານ​ຄົນ ແລະ​ປີ 2015 ກໍ​ເພີ່ມ​ຂຶ້ນ​ເປັນ 5 ລ້ານ 1 ແສນ​ຄົນ. ຕາມ​ການ​ສຳຫຼວດ​ຮ່ວມ​ຂອງ​ຄະ​ນະ​ກຳ​ມະ​ການ​ປາບ​ປ​າມ​ຢາ​ເສບ​ຕິດ​ແຫ່ງ​ຊາດ​ອິນ​ໂດ​ເນ​ເຊຍ​ກັບ​ມະ​ຫາ​ວິ​ທະ​ຍາ​ໄລ​ອິນ​ໂດ​ເນ​ເຊຍສະ​ແດງ​ໃຫ້​ເຫັນ​ວ່າ, ຜູ້​ເສບ​ຢາ​ເສບ​ຕິດ​ປະ​ມານ 70% ເປັນ​ຄົນ​ໄວ​ໜຸ່ມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ