ນັກ​ທ່ອງ​ທ່ຽວ​ຈີນ​ໄປ​ທ່ຽວ​ຟີ​ລິບ​ປິນຫຼາຍກວ່າ 1 ແສນ 1 ໝື່ນ​ຄົນ​ໃນ​ເດືອນ​ມັງ​ກອນ​ປີ​ນີ້
2018-02-26 15:34:06  cri 
ກະ​ຊວງ​ທ່ອງ​ທ່ຽວ​ຟີ​ລິບ​ປິນ​ເປີດ​ເຜີຍ​ວ່າ: ເດືອນ​ມັງ​ກອນປີນີ້, ມີ​ນັກ​ທ່ອງ​ທ່ຽວຈີນ 1 ແສນ 1 ໝື່ນ 1344 ຄົນ​ໄດ້​ໄປ​ທ່ຽວປະ​ເທດ​ຟີ​ລິບ​ປິນ ເພີ່ມ​ຂຶ້ນ 29,55% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ. ເມື່ອ​ພິ​ຈາ​ລະ​ຈາ​ຈາກ​ທ່າ​ອ່ຽງ​​ເພີ່ມ​ຂຶ້ນ​ຂອງ​ນັກ​ທ່ອງ​ທ່ຽວ​ຈີນ, ກະ​ຊວງ​ທ່ອງ​ທ່ຽວ​ຟີ​ລິບ​ປິນ​ຈິ່ງ​ໄດ້​ຕັ້ງ​ເປົ້າ​ຕ້ອນ​ຮັບ​ນັກ​ທ່ອ​ງ​ທ່ຽວ​ຈີນ ​ໃນ​ປີນີ້​ເປັນ 1 ລ້າ​ນຶ 5 ແສນ​ເທື່ອ​ຄົນ.

ໜັງ​ສື​ພິມManila Bulletin ລາຍ​ງານ​ວ່າ: ທ່ານ​ວານ​ດາ ​ຄໍຣາ​​ຊອນ ​ເທວ ລັດ​ຖະ​ມົນ​ຕີ​ກະ​ຊວງ​ທ່ອງ​ທ່ຽວ​ຟີ​ລິບ​ປິນ​ເປີດ​ເຜີຍ​ວ່າ ປີ 2017 ຜ່ານ​ມາ ນັກ​ທ່ອງ​ທ່ຽວ​ຈີນ​ທີ່​ເດີນ​ທາງ​ໄປ​ທ່ຽວ​ຟີ​ລິບ​ປິ້ນ​ໄດ້​ບັນ​ລຸ​ເຖິງ 9 ແສນ 6 ໝື່ນ 8000 ຄົນ ເພີ່ມ​ຂຶ້ນ 43,33% ເມື່ອ​ທຽບ​ໃສ່​ປີ 2016 ແລະ​ກາຍ​ເປັນ​ຕະຫຼາດ​ນັກ​ທ່ອງ​ທ່ຽວ​ໃຫຍ່​ອັນ​ດັບ​ສອງ​ຂອງ​ຟີ​ລິບ​ປິນ. ຍ້ອນ​ມີ​ຄວາມໝັ້ນໃຈ​​ຕໍ່​ທ່າ​ອ່ຽງ​ເພີ່ມ​ຂຶ້ນ​ຂອງ​ນັກ​ທ່ອງ​ທ່ຽວ​ຈີນ, ກະ​ຊວງ​ທ່ອງ​ທ່ຽວ​ຟີ​ລິບ​ປິນ​ຈຶ່ງ​ໄດ້​ຕັ້ງ​ເປົ້າ​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ຈີນ​ໃນ​ປີ 2018 ໃຫ້​ເປັນ 1 ລ້ານ 5 ແສນເທື່ອ​ຄົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ