ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ຄັ້ງ​ທີ 23 ອັດ​ລົງ​
2018-02-26 16:08:40  cri 
ຕາມ​ຂ່າວ CRI: ຕອນ​ຄ່ຳ​ວັນ​ທີ 25 ກຸມ​ພາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ຄັ້ງ​ທີ 23 ໄດ້​ຈັດ​ພິ​ທີ​ອັດ​ລົງ​ຢູ່​ເມືອງ​ພຽງ​ຊາງ ສ​ ເກົາ​ຫຼີ.

ທ່ານ​ໂທ​ມັ​ສ ​ບັດ​ຊ ປະ​ທານ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນ​ປະ​ກາດ​ປິດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​​ຢ່າງ​ເປັນ​ທາງ​ການ, ໂດຍກ່າວ​ຢ້ຳ​ແນວ​ຄິດ​ສະ​ແຫວງ​ຫາ​ສັນ​ຕິ​ພາບ​ຂອງ​ງານ​ກິ​ລາ​ໂອ​ລິ​ມ​ປິກ, ພ້ອມ​ກັນ​ນັ້ນ​ໄດ້​ຂອບ​ໃຈ​ນຳ​ຄວາມ​ພະ​ຍາ​ຍາມ​ຂອງ​ເຈົ້າ​ພາບ​ແລະ​ອາ​ສາ​ສະ​ໝັກ​ເພື່ອ​ຈັດ​ງານ​​ຄັ້ງ​ນີ້​ປະ​ສົບ​ຜົນ​ສຳ​ເລັດເປັນ​ຢ່າງ​ດີ.

ໃນ​ຖາ​ນະ​ເປັນ​ເຈົ້າ​ພາບ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກລະ​ດູ​ໜາວ​ຄັ້ງ​ຕໍ່​ໄປ, ທ່ານ​ເນ​ຈີ​ນິງ ເຈົ້າ​ຄອງ​ນະ​ຄອນ​ຫຼວງ​ປັກ​ກິ່ງ ສ​ປ ຈີນ​ໄດ້​ຮັບ​ທຸງ​ຫ້າ​ຫ່ວງ​ເຊິ່ງ​ເປັນ​ສັນ​ຍາ​ລັກ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ, ຫຼັງ​ຈາກ​ນັ້ນ​ຄະ​ນະ​ນັກ​ສະ​ແດງ​ຈາກ​ປັກ​ກິ່ງ​ໄດ້​ສະ​ແດງວັດ​ທະ​ນະ​ທຳ​ບູ​ຮານ​ແລະ​ເຕັກ​ນິກວິ​ທະ​ຍາ​ສາດ​ປະ​ສົມ​ປະ​ສານ​ກັນ​ຕໍ່​ທົ່ວ​ໂລກ​ໂດຍ​ໃຊ້​ເວ​ລາ​ໃນ​ການ​ສະ​ແດງ 8 ນາ​ທີ. ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ກ່າວ​ຄຳ​ເຊີນ "ປີ 2022, ນັດ​ກັນ​ຢູ່​ປັກ​ກິ່ງ" ຕໍ່​ທົ່ວ​ໂລກ​ໂດຍ​ຜ່າ​ນ​ວີ​ດີ​ໂອ.

ໃນ​ການ​ແຂ່ງ​ຂັນ​ຄັ້ງ​ນີ້, ນອກ​ແວ​ແລະ​ເຢຍ​ລະ​ມັນ​ເປັນ​ອັນ​ດັບ​ທີ່​ໜຶ່ງ​ຂອງ​ຕ​າ​ຕະ​ລາງ​ຫຼຍນ​ຄຳ​ດ້ວຍ​ຫຼຽນ​ຄຳ 14 ຫຼຽນ, ຈີນ​ໄດ້ 1 ຫຼຽນ​ຄຳ, 6 ຫຼຽນ​ເງິນ​ແລະ 2 ຫຼຽນ​ທອງ, ຢູ່​ອັນ​ດັບ​ທີ 14 ໃຈ​ຕາ​ຕະ​ລາງ​ຫຼຽນ.
ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ຄັ້ງ​ຕໍ່​ໄປ​ຈະ​ຈັດ​ຂຶ້ນ​ໃນ​ປີ 2022 ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ, ເມືອງ​ຈ່າງ​ເຈ່ຍ​ໂຂວ​ແລະ​ອື່ນໆ​ຂອງ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ