ເທດ​ສະ​ບານ​ລັດ​ຍະ​ໄຂ່​ປະ​ເທດ​ມຽນ​ມາ​ເກີດ​ເຫດ​ລະ​ເບີດ
2018-02-26 16:10:18  cri 
ທ່ານ​ໂຈ​ໄທ ໂຄ​ສົກ​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ​ມຽນ​ມາ​ຢືນ​ຢັນ​ຕໍ່​ນັກ​ຂ່າວ​ໃນ​ວັນ​ທີ 24 ກຸມ​ພາ​ນີ້​ວ່າ, ຕອນ​ຂ້ອນ​ແຈ້ງ​ມື້​ດັ່ງ​ກ່າວ​ໄດ້​ເກີດ​ເຫດ​ລະ​ເບີດ 4 ຄັ້ງຢູ່​ນະ​ຄອນ​ສິດ​ເວ ເທດ​ສະ​ບານ​ລັດ​ຍະ​ໄຂ່, ນອກ​ນີ້​ໄດ້​ພົບ​ເຫັນ​ລູກ​ລະ​ເບີດ 3 ລູກ​ທີ່​ຍັງ​ບໍ່​ທັນ​ແຕກ, ເຫດ​​ລະ​ເບີດ​ສົ່ງ​ຜົນ​ເຮັດ​ໃຫ້​ຕຳ​ຫຼວດ​​ໜຶ່ງ​ຄົນແລະ​ທ່ານ​ໝໍ​ໜຶ່ງຄົນ​ບາດ​ເຈັບ​ເລັກ​ນ້ອຍ.

ທັງ​ນີ້ຕອນ​ເຊົ້າ​ວັນ​ທີ 24 ກຸມ​ພາ​ນີ້, ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ​ປ້ອງ​ກັນ​ຊາຍ​ແດນ​ລັດ​ຍະ​ໄຂ່​ກ່າວ​ວ່າ, ນະ​ຄອນ​ສິດ​ເວ​ໄດ້​ເກີດ​ເຫດ​​ລະ​ເບີດ 4 ຄັ້ງໃນ​ເວ​ລາ​ປະ​ມານ 5 ໂມງ​ເຊົ້າ, ​​ເຊິ່ງ​ບ່ອນ​ເກີດ​ເຫດ​ຄື​ຢູ່​ເຮືອນ​ຂອງ​ເຈົ້າ​ໜ້າ​ທີ່​ຄົນ​ໜຶ່ງ, ບ່ອນ​ທີ່​ຢູ່​ໃກ້​ສານ, ບ່ອນ​​ທີ່​ຢູ່ໃກ້​ໜ້າ​ປະ​ຕູ​ຂອງ​ຫ້ອງ​ການ​ວຽກ​ງານ​ການ​ເງິນ​ທ້ອງ​ຖິ່ນ​ແລະ​ອີກ​ບ່ອນ​ໜຶ່ງ​ຄື​ຖະ​ໜົມ​ຢູ່​ແຄມ​ແມ່​ນ້ຳ. ​ນອກ​ຈາກ​ນັ້ນ​ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ​ຍັງ​ໄດ້​ພົບ​ເຫັນ​ລູກ​ລະ​ເບີດ 3 ລູກ​ທີ່​ບໍ່​ທັນ​ແຕກ​ອີກ​ດ້ວຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ