​ຝຣັ່ງ ​ແລະ​ເຢຍລະ​ມັນ​ຍິນ​ດີຊຸກຍູ້ຂະ​ບວນການ​ສັນຕິພາບ​ຊີຣີຮ່ວມ​ກັບຣັດ​ເຊຍ
2018-02-26 16:58:50  cri 
ວັນ​ທີ 25 ກຸມພາ​ນີ້, ທຳນຽບ​ປະທານາທິບໍດີ​ຝຣັ່ງອອກ​ຖະ​ແຫຼ​ງການ​ວ່າ: ​ໃນ​ວັນ​ດັ່ງກ່າວ, ທ່ານ​ແອ​ມມາ​ນູ​ເອວ ມາກ​ຄຼົງ ປະທານາທິບໍດີ​ຝຣັ່ງ​ ​ແລະ​ທ່ານ​ນາງ ​ແອ​ງ​ເຈີ​ລາ ​ເມີ​ເຄວ ນາຍົກລັດຖະມົນຕີ​ເຢຍລະ​ມັນ​​ໄດ້​ສົນທະນາ​ຜ່ານ​ທາງໂທລະ​ສັບ​ກັບ​ທ່ານ ວາຣະດີ​ເມຍ ປູ​ຕິນ ປະທານາທິບໍດີຣັດ​ເຊຍ​ໂດຍ​ຝຣັ່ງ ​ແລະ​ເຢຍລະ​ມັນຢືນຢັນ​ຍິນ​ດີ​ຊຸກຍູ້​ຂະ​ບວນການ​ສັນຕິພາ​ບຊີຣີຮ່ວມ​ກັບຣັດ​ເຊຍ.

ຖະແຫຼງການດັ່ງກ່າວລະບຸວ່າ: ຜູ້ນຳ​​ຝຣັ່ງ, ​ເຢຍລະ​ມັນ ​ແລະຣັດ​ເຊຍ​ໄດ້ຊົມ​ເຊີຍ​ຕໍ່ມະຕິ​ທີ່ອົງການ​ສະຫະ​ປະຊາ​ຊາດ​ຮຽກຮ້ອງ​ໃຫ້​ທົ່ວ​ປະ​ເທດ​ຊີຣີຢຸດ​ຍິງ​ຢ່າງ​ໜ້ອຍ 30 ມື້ ​ເຊິ່ງ​ໄດ້​ຮັບຮອງ​ຢ່າງ​ເປັນ​ເອກະ​ພາບ​ກັນຈາດສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ​ໃນ​ວັນທີ 24 ກຸມພາ​ນີ້. ຜູ້ນຳ​ຝຣັ່ງ ​ແລະ​ເຢຍລະ​ມັນ​ຮຽກ​ຮອງ​ໃຫ້​ບັນດາ​ຝ່າຍ​ທີ່​ມີ​ບົດບາດ​ຕໍ່​ສະພາບ​ການ​ຊີຣີຊຸ​ກຍູ້​ການຈັດ​ຕັ້ງ​ປະຕິບັດມະຕິ​ດັ່ງກ່າວຢ່າງ​ເຂັ້ມ​ງວດ.

​ຖະ​ແຫຼ​ງການ​ລະບຸ​ຕື່ມ​ວ່າ: ເພື່ອ​ຮ່ວມ​ກັນ​ຊຸກຍູ້ຂະ​ບວນການ​ສັນຕິ​ພາບຊີຣີ, ທ່ານ​ຊອງ​ອິຟ ​ເລີ ​ເດຼນ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຝຣັ່ງຈະເດີນທາງ​ໄປ​ນະຄອນຫຼວງ​ມົດ​ສະ​ກູປະ​ເທດຣັດ​ເຊຍ​ໃນ​ວັນ​ທີ 27 ກຸມພາ​ນີ້ ​ເພື່ອເຈລະຈາ​ກັບ​ຝ່າຍຣັດ​ເຊຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ