ສ​ປ​ປ ເກົາຫຼີ​ມີ​ເຈ​ຕະ​ນາ​ທີ່​ຈະ​ເຈ​ລະ​ຈາ​ກັບ​ອາ​ເມ​ລິ​ກາ
2018-02-26 16:31:24  cri 
    ທຳ​ນຽບ​ປະ​ທາ​ນາ​ທ​ບໍ​ດີ​ຊົງ​ວາ​ເດ ສ. ເກົາຫຼີ ລາຍ​ງານ​ໃນ​ວັນ​ທີ 25 ກຸມ​ພານີ້​ວ່າ, ມື້​ດຽວ​ກັນ, ທ່ານ ມຸນ​ແຈ​ອິນ ປະ​ທາ​ນາ​ທິ​ບໍ​ດີ ໄດ້​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ​ຄະ​ນະ​ຜູ້​ແທນ​ລະ​ດັບ​ສູງ​ຂອງ​ ສ​ປ​ປ ເກົາຫຼີ ແລະ​ໃນ​ໂອ​ກາດ​ດັ່ງ​ກ່າວ, ຄະ​ນະ​ຜູ້​ແທນ ສ​ປ​ປ ເກົາຫຼີ ກ່າວ​ວ່າ ປະ​ເທດ​ຕົນ "ມີ​ເຈ​ຕະ​ນາ​ເຕັມ​ປ່ຽມ" ໃນ​ການ​ເຈ​ລະ​ຈາ​ກັບ​ອາ​ເມ​ລິ​ກາ.

    ທ່ານ ກິມ​ອຸຍ​ກຽມ ໂຄ​ສົກ​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ​ ສ. ເກົາຫຼີ ໃຫ້​ຮູ້​ວ່າ, ມື້​ດຽວ​ກັນ, ທ່ານ ມຸນ​ແຈ​ອິນ ໄດ້​ຕ້ອນ​ຮັບ​ການ​ເຂົ້າ​ພົບ​ຂອງ​ຄະ​ນະ​ຜູ້​ແທນ​ລະ​ດັບ​ສູງ​ຂອງ ສ​ປ​ປ ເກົາຫຼີ​ ທີ່​ມາ​ເຂົ້າ​ຮ່ວມ​ພິ​ທີ​ປິດ​ງານ​ກິ​ລາ​ໂອ​ແລັມ​ປິກ​ລະ​ດູ​ໜາວ ແລະ ສອງ​ຝ່າຍ​ໄດ້​ເຈ​ລະ​ຈາ​ກັນ​ເປັນ​ເວ​ລາ​ໜຶ່ງ​ຊົ່ວ​ໂມງ. ໂອ​ກາດ​ດັ່ງ​ກ່າວ, ທ່ານ ມຸນ​ແຈ​ອິນ ກ່າວ​ວ່າ, ໃນ​ໄລ​ຍະ​ງານ​ກິ​ລາ​ໂອ​ແລັມ​ປິກ​ລະ​ດູ​ໜາວ, ສ. ເກົາຫຼີ ແລະ ສ​ປ​ປ ເກົາຫຼີ ໄດ້​ປະ​ກອບ​ເປັນ​ທີມ​ປະ​ສົມ​ເພື່ອ​ເຂົ້​າ​ຮ່ວມ​ການ​ແຂ່ງ​ຂັນ, ໄດ້​ຮ່ວມ​ກັນ​ເຂົ້າ​ສະ​ໜາມ​ໃນ​ພິ​ທີ​ເປີດ​ງານ ໂດຍ​ໄດ້​ເຮັດ​ໃຫ້​ທົ່ວ​ໂລກ​ຕື້ນ​ຕັນ​ໃຈ. ພາຍ​ໃຕ້​ຄວາມ​ພະ​ຍາ​ຍາມ​ຮ່ວມ​ຂອງ​ສອງ​ຝ່າຍ, ງານ​ກິ​ລາ​ໂອ​ແລັມ​ປິກ​ລະ​ດູ​ໜາວ​ພຽງ​ຊາງ ໄດ້​ກາຍ​ເປັນ​ງານ​ກິ​ລາ​ໂອ​ແລັມ​ປິກ​ທີ່​ມີ​ສັນ​ຕິ​ພາບ​ຄັ້ງ​ໜຶ່ງ.
ທ່ານ ກິມ​ອຸຍ​ກຽມ ໃຫ້​ຮູ້​ຕື່ມ​ວ່າ, ໃນ​ການ​ເຈ​ລະ​ຈາ, ທ່ານ ມຸນ​ແຈ​ອິນ​ສະ​ແດງ​ຄວາມ​ຫວັງ​ວ່າ, ສາ​ຍ​ພົວ​ພັນ​ເໜືອ​ໃຕ້​ຈະ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ໃຫຍ່ກວ່າ​ເກົ່າ​​ແລະໃນ​ຂອບ​ເຂດກວ້າງກວ່າ​ເກົ່າ, ສ​ປ​ປ ເກົາຫຼີ ກໍ​ຕອບ​ວ່າ, ທ່ານ ກິມ​ເຈິງ​ອຸນ ປະ​ທານ​ຄະ​ນະ​ກຳ​ມະ​ການ​ລັດ​ຖະ​ກິດປະ​ເທດ​ຕົນ ກໍ​ມີ​ຄວາມ​ເຫັນ​ເຊັ່ນ​ດຽວ​ກັນ. ທ່ານ ມຸນ​ແຈ​ອິນ ກ່າວ​ຕື່ມ​ວ່າ, ເພື່ອ​ປັບ​ປຸງ​ສາຍ​ພົວ​ພັນ​ເໜືອ​ໃຕ້ ແລະ​ແກ້​ໄຂ​ບັນ​ຫາ​ແຫຼມ​ເກົາຫຼີ​ຢ່າງ​ເຖິ​ງ​ຖອງ, ຄວນ​ເປີດ​ການ​ເລ​ຈະ​ລະ​ຫວ່າງ ສ​ປ​ປ ເກົາຫຼີ ກັບ​ອາ​ເມ​ລິ​ກາ​ໂດຍ​ໄວ. ສ​ປ​ປ ເກົາຫຼີ ກໍ​ສະ​ແດງ​ຄວາ​ມ​ເຫັນ​ດີ​ຕໍ່​ເລື່ອງນີ້ ແລະ​ກ່າວ​ວ່າ, ສາຍ​ພົວ​ພັນ​ສ​ປ​ປ​ເກົາຫຼີ-ສ.ເກົາຫຼີ​ຄວນ​ຂະ​ຫຍາຍ​ໄປ​ພ້ອມ​ກັບ​ສາຍ​ພົວ​ພັນ​ສ​ປ​ປ​ເກົາຫຼີ-ອາ​ເມ​ລິ​ກາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ