ເລ​ຂາ​ທິ​ການ​ໃຫຍ່​ ສ​ປ​ຊ​ ເນັ້ນ​ບົດ​ບາດ​ຂອງ​ການ​ເຄົາ​ລົບ​ນັບ​ຖື​ສິດ​ທິ​ມະ​ນຸດ​ໃນ​ການ​ປ້ອງ​ກັນ​ການ​ປະ​ທະ​ກັນ
2018-02-27 10:55:01  cri 
ວັນ​ທີ 26 ກຸມ​ພາ​ນີ້, ທ່ານ​ອັນ​ໂຕ​ນີ​ໂອ ກູ​ເຕີ​ເຣັ​ສ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດຢືນ​ຢັນ​ວ່າ ການ​ປ້ອງ​ກັນ​ການ​ປະ​ທະ​ກັນ​ເປັນ​ໜ້າ​ວຽກ​ບຸ​ລິ​ມະ​ສິດ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ສ່ວນ ການ​ເຄົາ​ລົບ​ນັບ​ຖື​ສິດ​ທິ​ມະ​ນຸດ​ເປັນ​ວິ​ທີ​ທີ່​ດີ​ທີ່​ສຸດ​ໃນ​ການ​ປ້ອງ​ກັນ​ການ​ປະ​ທະ​ກັນ​ດ້ວຍ​ຄວາມ​ຮຸນ​ແຮງ.

ທ່ານ​ກູ​ເຕີ​ເຣັ​ສ​ໄດ້​ປະ​ກອບ​ຄຳ​ເຫັນ​ໃນ​ພິ​ທີ​ເປີດກອງ​ປະ​ຊຸມ​ເທື່ອ​ທີ 37 ຂອງ​ສະ​ພາ​ສິດ​ທິ​ມະ​ນຸດ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໃນ​ວັນ​ທີ 26 ກຸມ​ພ​າ​ນີ້​ວ່າ: ຖ້າ​ວ່າ​ສິດ​ທິ​ມະ​ນຸດ​ໃນ​ທົ່ວ​ໂລກ​ໃນ​ໄລ​ຍະ 20 ປີ​ຜ່ານ​ມາ​ໄດ້​ຮັບ​ການ​ປົກ​ປ້ອງ​ໃຫ້​ດີກວ່າ​ເກົ່າແລ້ວ, ການ​ປະ​ທະ​ກັນ​ດ້ວຍ​ຄວາມ​ຮຸນ​ແຮງ​ຢ່າງຫຼວງຫຼາຍ​ໃນ​ປັດ​ຈຸ​ບັນ​ກໍ​ຈະ​ສາ​ມາດ​ຫຼີກ​ລ້ຽງ​ໄດ້ ແລະ​ປະ​ຊາ​ຊົນ​ນັບ​ເປັນ​ລ້ານ​ຊີ​ວິດ​ກໍ​ຈະ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ເຊັ່ນ​ກັນ.

ທ່ານ​ກູ​ເຕີ​ເຣັ​ສ​ຢືນ​ຢັນ​ວ່າ: ການ​ປະ​ທະ​ກັນ​ດ້ວຍ​ຄວາມ​ຮຸນ​ແຮງ​ທັງ​ໝົດ​ທີ່​ເກີດ​ຂຶ້ນ​ໃນ​ໂລກ​ປັດ​ຈຸ​ບັນ​ລ້ວນ​ແຕ່​ມີ​ການ​ພົວ​ພັນ​ຢ່າງ​ແໜ້ນ​ແຟ້ນ​ກັບ​ສິດ​ທິ​ມະ​ນຸດ​​ທີ່​ຖືກ​ລະ​ເມີດ. ມີ​ພຽງ​ແຕ່​ເຄົາ​ລົບ​ນັບ​ຖື​ແລະ​ສົ່ງ​ເສີມ​ການ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ​ຕື່ມ​ອີກ​ເທົ່າ​ນັ້ນ,ຈິ່ງ​ຈະ​ສາ​ມາດ​ບັນ​ລຸ​ເປົ້າ​ໝາຍ​​ການພັດ​ທະ​ນາ​ແບບ​ຍືນ​ຍົງ​ຮອດ​ປີ 2030 ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ຢ່າງ​ແທ້​ຈິງ ແລະ​ເຮັດ​ໃຫ້ໂລກ​ພວກ​ເຮົາ​ກາຍ​ເປັນ​ບ້ານ​ເມືອງ​ຂອງມວນ​ມະ​ນຸດ​ທີ່​ມີ​ຄວາມຫຼາກຫຼາຍ,ກວມ​ລວມ,ຍືນ​ຍົງ,ສັ​ນ​ຕິ​ພາບ​ແລະ​ປ​ອດ​ໃສ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ