ງາມຫຼາຍ,ຕາ​ເວັນ​ຂຶ້ນທ່າມ​ກາງ​ທະ​ເລ​ເມກໝອກ​ພູ​ຫວງ​ຊ່ານ​
2018-02-27 16:09:14  cri 

ວັນ​ທີ 25 ກຸມ​ພາ​ນີ້, ຫຼັງ​ຝົນ​ຕົກ​ຍາມ​ລະ​ດູ​ໃບ​ໄມ້​ປົ່ງ​ຮອບ​ໜຶ່ງ, ສະ​ຖານ​ທີ່​ທ່ອງ​ທ່ຽວ​ພູ​​ຫວງ​ຊ່ານ​ແຂວງ​ອ່ານ​ຮຸ່ຍ ທີ່​ມີ​ສົມ​ຍາ​ນາມ​ວ່າ "ພູ​ສຸດຍອດອັດ​ສະ​ຈັນ​ໃນ​ໂລກ​"ໄດ້​ເກີດ​ມີ​ພາບ​ງາມ​ທະ​ເລ​​ເມກໝອກ. ຕອນ​ເຊົ້າ​ວັນ​ທີ 26 ກຸມ​ພາ​ນີ້, ທະ​ເລ​​ເມກໝອກກວ້າງ​ສຸດ​ສາຍ​ຕາ​ປະ​ສົມ​ປະ​ສານ​ກັບ​ຕົ້ນ​ແປກ​ແລະ​​ຫີນ​ຜາທີ່​ມີ​ຮູບແປກ​ປະຫຼາດ​ ພ້ອມ​ດ້ວຍ​​ພາບຕາ​ເວັນ​ຂຶ້ນ​ທີ່​ສວຍ​ສົດ​ງົດ​ງາມ ເຊິ່ງ​ໄດ້​ປະ​ກອບ​ເປັນ​ພາບ​ທີ່​ສວຍ​ງາມຫຼາຍ​ປານ​ຮູບ​ແຕ້ມ​ຈີນ​ທີ່​ມີ​ຊີ​ວິດ​ຊີ​ວາ​ຢ່າງ​ໜ້າ​ງຶດ​ງໍ້​ອີ່ຫຼີ, ນັກ​ທ່ອງ​ທ່ຽວທັງຫຼາຍ​ກໍ​ພາ​ກັນ​ຖ່າຍ​ຮູບ​ໄວ້​ເປັນ​ທີ່​ລະ​ນຶກ.

1  2  3  4  5  6  7  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ