ຈີນ​ຊ່ວຍ​ເຫຼືອ​ອຸ​ປະ​ກອນ​ປິ່ນ​ປົວ​ທັນ​ສະ​ໄໝ​ໃຫ້​ແກ່​ກຳ​ປູ​ເຈຍ
2018-02-27 16:36:50  cri 
ພິ​ທີ​ມອບ​ຮັບ​ອຸ​ປະ​ກອນ​ປິ່ນ​ປົວ​ທີ່​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ຊ່ວຍ​ເຫຼືອ​ໃຫ້​ແກ່​ໂຮງ​ໝໍ​ກອງ​ທັບ​ກຳ​ປູ​ເຈຍ​ໄດ້​ຈັດ​ຂຶ້​ນ​ຢູ່​ນະ​ຄອນ​ຫຼວງ​ພະ​ນົມ​ເປັນ​ປະ​ເທດ​ກຳ​ປູ​ເຈຍ​ໃນ​ວັນ​ທີ 26 ກຸມ​ພາ​ນີ້.

ຂ່າວ​ແຈ້ງວ່າ, ອຸ​ປະ​ກອນ​ທີ່​ຈີນ​ຊ່ວຍ​ເຫຼືອ​ຄັ້ງ​ນີ້​ລວ​ມ​ທັງລະ​ບົບ CT ທີ່​ມີ​ເຄື່ອງວັດ​ແທກ 128 ໜ່ວຍ, ເຄື່ອງ​​ຊ່ວຍ​ໄຫຼວຽນ​ຂອງ​ເລືອດ, ເຄື່ອງກວດ​ຫົວ​ໃຈ​ດ້ວຍ​ຄື້ນ​ສຽງ​ແລະ​ອື່ນໆ. ນອກ​ນີ້, ຈີນ​ຍັງ​ໄດ້​ສົ່ງ​ໜ່ວຍ​ປິ່ນ​ປົວ​ທີ່​ປະ​ກອບ​ດ້ວຍ​ແພດໝໍ 6 ຄົນ, ເພື່ອ​ຊ່ວຍ​ເຫຼືອ​ດ້ານ​ເຕັກ​ນິກ​ແລະ​ຝຶກ​ອົບ​ຮົມ​ໃຫ້​ພະ​ນັກ​ງານ​ແພດ​ໝໍ​ຢູ່​ໂຮງ​ໝໍ​ກອງ​ທັບ​ກຳ​ປູ​ເຈຍ​ອີກ​ດ້ວຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ