ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຣັດ​ເຊຍ​ປະ​ກາດ​ຢຸດ​ຍິງ​ຢູ່​ເຂດ​ກູ​ຕາ​ຕາ​ເວັນ​ອອກ​ຂອງ​ຊີ​ຣີ
2018-02-27 16:40:34  cri 
ຕອນ​ຄ່ຳ​ວັນ​ທີ 26 ກຸມ​ພາ​ນີ້, ທ່ານ​ເຊີ​ເກ ຊອຍ​ກູ ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ຣັດ​ເຊຍ​ປະ​ກາດ​ວ່າ, ໂດຍ​ອີງ​ຕາມ​ຄຳ​ສັ່ງ​ຂອງ​ທ່ານ​ວະ​ຣາ​ດີເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍດັ່ງ​ນັ້ນ, ເພື່ອມະ​ນຸດ​ສະ​ທຳ, ຈະ​ຢຸດ​ຍິງ​ເປັນ​ເວ​ລາ 5 ຊົ່ວ​ໂມງ​ໃນ​ທຸກວັນ​ຢູ່​ເຂດ​ກູ​ຕາ​ຂອງ​ປະ​ເທດ​ຊີ​ຣີ​ເລີ່ມ​ແຕ່​ວັນ​ທີ 27 ກຸມ​ພາ​ນີ້​ເປັນ​ຕົ້ນ​ໄປ.

ສື່ມວນ​ຊົນ​ຣັດ​ເຊຍ​ລາຍ​ງານ​ວ່າ, ທ່ານ​ຊອຍ​ກູ ກ່າວ​ໃນ​ກອງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຣັດ​ເຊຍ​ໃນ​ຕອນ​ຄ່ຳ​ວັນ​ທີ 26 ກຸມ​ພາ​ນີ້​ວ່າ, ຈະ​ຢຸດ​ຍິງ​ເພື່ອ​ມະ​ນຸດ​ສະ​ທຳ​ຢູ່​ເຂດ​ກູ​ຕາ​ຕາ​ເວັນ​ອອກ​ແຕ່​ເວ​ລາ 9 ໂມງ​ຫາ 14 ໂມງ​ເລີ່ມ​ແຕ່​ວັນ​ທີ 27 ກຸມ​ພາ​​ນີ້ເປັນ​ຕົ້ນ​ໄປ.

ທ່ານ​​ຊອຍ​ກູ ຊີ້​ໃຫ້​ເຫັນວ່າ, ເຂດ​ກູ​ຕາ​ຕາ​ເວັນ​ອອກ​ໄດ້​ເປີດຊ່ອງ​ທາງເພື່ອ​ມະ​ນຸດ​ສະ​ທຳ​ໃຫ້​ແກ່​ປະ​ຊາ​ຊົນ​ຍົກ​ຍາຍ​​ອອກຈາກ​ເຂດ​ສູ້​ຮົບ, ​ແລະ​ຈຸດ​ພິ​ກັດ​ແລະ​ທີ່​ຕັ້ງ​ຊ່ອງ​ທາງ​ເຫຼົ່າ​ນີ້​ຈະ​ປະ​ກາດ​ໃນ​ໄວໆ​ນີ້. ທ່ານ​ຊອຍ​ກູ ກ່າວ​ຕື່ມ​ວ່າ, ຣັດ​ເຊຍ​ເຫັນ​ວ່າ​ມີ​ຄວາ​ມ​ຈຳ​ເປັນ​ທີ່​ຈະ​ຕ້ອງ​ຢຸດ​ຍິງແລະ​ຕັ້ງ​ຊ່ອງ​ທາງ​ມະ​ນຸດ​ສະ​ທຳ​ເຊັ່ນ​ດຽວ​ກັນ​ຢູ່​ເຂດ​ທີ່​ຄວບ​ຄຸມ​ໂດຍ​ອາ​ເມ​ລິ​ກາ, ເພື່ອ​ເຮັດ​ໃຫ້​ປະ​ຊາ​ຊົນ​ຊີ​ຣີ​ສາ​ມາດ​ກັບ​ຄືນ​ບ້ານ​ເກີດ​ຂອງ​ຕົນ​ແລະ​ດຳ​ລົງ​ຊີ​ວິດ​ເປັນ​ປົກ​ກະ​ຕິ​ໄດ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ