​ເລ​ຂາ​ທິການ​ໃຫຍ່​ ສປຊ ຮຽກຮ້ອງ​ໃຫ້​ບັນດາ​ຝ່າຍ​ທີ່ກ່ຽວຂ້ອງ​ກັບ​ການ​ປະ​ທະ​ກັນຢູ່​ຊີຣີປະຕິບັດ​ມະຕິ​ຢຸດ​ຍິງ​ໃໝ່ຢ່າງ​ແທ້​ຈິງ
2018-02-27 15:30:08  cri 
ວັນ​ທີ 26 ກຸມພາ​ນີ້ຢູ່​ນະຄອນ​​ເຊີ​ແນວ, ທ່ານອັນ​ໂຕ​ນິ​ໂອ ກູ​ເຕີ​ເຣສ ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດຮຽກ​ຮ້ອງ​​ໃຫ້​ບັນດາ​ຝ່າຍທີ່​ກ່ຽວ​ຂ້ອງກັບ​ການ​ປະ​ທະ​ກັນຢູ່​ຊີຣີປະຕິບັດ​ຕາມ​ມະຕິ​​​ເລກທີ 2401 ຂອງ​ສະພາ​ຄວາມໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ​ຢ່າງ​ແທ້​ຈິງ ​ແລະ​ອະນຸຍາດ​ໃຫ້​ເຈົ້າ​ໜ້າ​ທີ່​ ​ແລະ​ເຄື່ອງ​ຂອງ​ຊ່ວຍ​ເຫຼືອ​ດ້ານ​ມະນຸດສະທຳ​ເຂົ້າ​ໄປ​ເຂດ​ຕ້ອງການ​ຊ່ວຍ​ເຫຼືອ​ຢ່າງ​ປອດ​ໄພ.

ທ່ານ​ກູ​ເຕີ​ເຣສກ່າວ​ປາ​ໄສ​ໃນ​ພິທີ​ເປີດກອງ​ປະຊຸມ​ສະພາ​ສິດທິ​ມະນຸດ​ອົງການ​ສະຫະ​ປະຊາ​ຊາດ​ເທື່ອ​ທີ 37 ​ໃນ​ມື້​ດຽວ​ກັນ​ວ່າ: ຂ້າ​ພະ​ເຈົ້າ​ຊົມ​ເຊີຍຕໍ່​ການ​ຮັບ​ຮອງ​​​ເອົາ​ມະຕິ​ດັ່ງກ່າວ​ຢ່າງເປັນ​ເອກະ​ພາບ​ກັນ​, ​ແຕ່​ມະຕິດັ່ງກ່າວຕ້ອງ​ໄດ້ຮັບ​ການ​ປະ​ຕິ​ບັດ​​ຕົວ​ຈິງ​​ເທົ່າ​ນັ້ນຈຶ່ງ​ມີ​ຄວາມໝາຍ, ​ໄພພິບັດ​ທາງ​ສິດທິ​ມະນຸ​ດ​ແບບ​ເໝືອນ​ນະ​ຮົກ​ໃນ​ໂລກ​ມະນຸດພາຍ​ໃນ​ປະ​ເທດ​ຊີຣີຕ້ອງສິ້ນສຸດ​ລົງໂດຍ​ໄວ.

​ແຕ່​ມະຕິ​ຢຸດ​ຍິງ​ດັ່ງກ່າວ​ບໍ່​​ໄດ້ກວມ​ເອົາ​ການປາບ​ປາມ​ກຸ່ມIS, ອານ​-​ໄຄ​ດາ ​ແລະ​ກຸ່ມ​​ກໍ່​ການ​ຮ້າຍອື່ນໆ​ທີ່​ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ກຳນົດ​ໄວ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ