ສະພາ​ຄວາ​ມໝັ້ນຄົງ​ຂອງ ສປຊ ​​ເລື່ອນ​ເວລາ​ການ​ຂວ້ຳ​ບາດ​ຕໍ່​ຜູ້​ທີ່ຂົ່ມຂູ່​​ເຖິງສັນຕິພາບ​ ​ແລະຄວາມ​ໝັ້ນຄົງຢູ່​ເຢ​ແມນ​ອີກ​ເທື່ອ​ໜຶ່ງ
2018-02-27 15:31:26  cri 
ວັນ​ທີ 26 ກຸມ​ພາ​ນີ້, ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ຮັບຮອງ​ມະຕິ​ເລກທີ 2402 ຢ່າງ​ເປັນ​ເອກະ​ພາບ​ກັນ​ໂດຍ​ເລື່ອນເວລາ​ຂວ້ຳບາດຕໍ່ບຸກຄົນ ​ແລະ​ອົງການ​ຈັດ​ຕັ້ງ​ທີ່​​ຂົ່ມຂູ່​​ເຖິງສັນຕິພາບ, ຄວາມ​ໝັ້ນຄົງ, ສະຖຽນ​ລະ​ພາບ ​ແລະ​ກີດ​ຂວາງ​ການ​ຂ້າມ​ຜ່ານ​ທາງ​ການ​ເມືອງ​ຂອງ​ປະ​ເທດ​ເຢ​ແມນ​ອີກ​ເທື່ອ​ໜຶ່ງຈົນ​ເຖິງ​ວັນ​ທີ 26 ກຸມພາ​ປີ 2019.

ສະພາ​ຄວາມ​ໝັ້ນຄົງອົງການ​ສປຊ​​ໄດ້ຊຸກຍູ້ບັນດາ​ປະ​ເທດ​ປະຕິບັດ​ມາດ​ຕະການທີ່​ຈຳ​ເປັນ ຄື: ອາ​ຍັດ​ເຖິງ, ຫ້າມ​​ໂດຍສານ, ຫ້າມ​ການ​ສົ່ງ​ອາວຸດ ​ແລະ​ອື່ນໆ​ຕໍ່​ບຸກຄົນ ​ແລະ​ອົງການ​ຈັດ​ຕັ້ງ​ທີ່​ຂົ່ມຂູ່ຕໍ່​ສັນ​ຕິ​ພາບ, ​ຄວາມ​ໝັ້ນຄົງ ​ແລະ​ສະຖຽນ​ລະ​ພາບ ຫຼື​ຜູ້​ທີ່​ສະໜັບສະໜູນ​ການ​ກະທຳ​ດັ່ງກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ