Alibabaຈະຮ່ວມ​ກັບປະ​ເທດ​ໄທ​ພັດທະນາ​​ແລວ​ທາງ​ເສດຖະກິດ​ຕາ​ເວັນ​ອອກ​
2018-02-27 15:32:24  cri 
ທ່ານອຸດຕະມະ ສາວະ​ນາ​ຍະ​ນະ ລັດຖະມົນ​ຕີກະຊວງອຸດສາຫະກຳ​ໄທ​ກ່າວ​ວ່າ: ທ່ານ​ໝ໋າ​ຢູນ ຜູ້​ກໍ່​ຕັ້ງ​ບໍລິສັດAlibabaຈີນ​ຈະ​ສົ່ງ​ຄະນະ​ຜູ້​ແທນ​ການ​ຄຸ້ມ​ຄອງ​ລະດັບ​ສູງ​ໄປ​ໄທ​ໃນ​ເດືອນມີນາປີ​ນີ້ ​ເພື່ອຮ່ວມ​ກັບ​ໄທ​ຫາລື​ຍຸດ​ທະ​ສາດ​ໃໝ່​ດ້ານ​ການ​ພັດທະນາ​ແລວ​ທາງ​ເສດຖະກິດ​ຕາ​ເວັນ​ອອກ.

ຄະນະ​ຜູ້​ແທນດັ່ງກ່າວ​ຈະ​ຫາລືໂດຍ​ກົງ​ດ້ານ​ຍຸດ​ທະ​ສາດ​ການ​ພັດທະນາ​ກັບ​ຫ້ອງການ​ພັດທະນາ​ແລວ​ທາງ​ເສດຖະກິດ​ຕາ​ເວັນ​ອອກ​ໄທ​ໂດຍ​ຈະ​ສຸມ​ໃສ່ປຶກສາ​ຫາລື​ການ​​ເພີ່ມ​ທະວີ, ​ລົງ​​ເລິກ ​ແລະ​ເປີດ​ກວ້າງ​ການ​ລົງທຶນ​ຢູ່​ໄທ ​ແລະ​ຈະກຳນົດ​​ໂຄງການ​ການ​ລົງທຶນ ​ເຊິ່ງໃນ​ເບື້ອງ​ຕົນ​ຈະ​ດຳ​ເນີນ​ໂຄງ​ການ​ຮ່ວມ​ມື​ 6 ຫາ 8 ​ໂຄງການ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ