ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາ​ງ" ສ້າງ​ໂອ​ກາດ​ໃຫຍ່ຫຼວງ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ເຢຍ​ລະ​ມັນ
2018-02-27 15:45:50  cri 
    ວັນ​ທີ 26 ກຸມ​ພານີ້, ສຳ​ນັກ​ງານ​ການ​ຄ້າ​ກັບ​ຕ່າງ​ປະ​ເທດ​ແລະ​ການ​ລົງ​ທຶນ​ສະ​ຫະ​ພັນ​ເຢຍ​ລະ​ມັນ ແລະ ສະ​ພາ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ທີ່​ເປັນ​ຕົວ​ແທນ​ໃຫ້​ແກ່​ວົງ​ການ​ວິ​ສາ​ຫະ​ກິດ​ເຢຍ​ລະ​ມັນ ໄດ້​ຮ່ວມ​ກັນ​ເປີດ​ເຜີຍ​ບົດ​ລາຍ​ງານຄົ້ນ​ຄວ້າ​ເລື່ອງ "ເສັ້ນ​ທາງ​ສາຍ​ໄໝ​ໃໝ່: ໂຄງ​ການ​ລົງ​ທຶນ​ຂະ​ໜາດ​ໃຫຍ່​ຂອງ​ຈີນ", ໂດຍ​ເຫັນ​ວ່າ, ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ທີ່​ສະ​ເໜີ​ໂດຍຈີນ ໄດ້​ສ້າງ​ໂອ​ກາດ​ໃຫຍ່​ຫຼວງ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ເຢຍ​ລະ​ມັນ.

    ທ່ານ ໂວ​ເຄີ ແທ​ຣວ ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່​ສະ​ພາ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ເຢຍ​ລະ​ມັນ ກ່າວ​ໃນ​ກອງ​ປະ​ຊຸມຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ​ວ່າ, ພາຍ​ໃຕ້​ຂອບ​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ", ຈີນ​ແລະ​ເອີ​ຣົບ​ໄດ້​ເປີດ​ເສັ້ນ​ທາງ​ຂົນ​ສົ່ງ​ໃໝ່​ແລະ​ສະ​ດວກກວ່າ​ເກົ່າ​ຕາມ​ລຳ​ດັບ, ພື້ນ​ຖານ​ໂຄງ​ລ່າງ​ຂອງ​ປະ​ເທດ​ລຽບ​ຕາມ​ເສັ້ນ​ທາງ ໄດ້​ຮັບ​ການ​ປັບ​ປຸງ​ໃຫ້​ດີ​ຂຶ້ນ​ຢ່າງ​ບໍ່​ຢຸດຢັ້ງ, ທັງ​ນີ້ ບໍ່​ພຽງ​ແຕ່​ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ຄ້າ​ເຢຍ​ລະ​ມັນ-ຈີນ​ເທົ່າ​ນັ້ນ, ຍັງ​ໄດ້​ສ້າງ​ໂອ​ກາດ​ການ​ຮ່ວມ​ມື​ລະ​ຫວ່າງ​ຕະຫຼາດ​ຈຳ​ໜ່າຍ​ອັນ​ໃຫຍ່ຫຼວງ​ແລະ​ຕະຫຼາດ​ທີ​ສາມ​ຢ່າງຫຼວງຫຼາຍ​ໃຫ້​ແກ້​ວິ​ສາ​ຫະ​ກິດ​ເຢຍ​ລະ​ມັນ.

    ບົດ​ລາຍ​ງານ​ຊີ້​ໃຫ້​ເຫັນ​ວ່າ, ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່​ງ​ເສັ້ນ​ທາງ" ແມ່ນ​ກຳ​ລັງ​ຊຸກ​ຍູ້​ທີ່​ສຳ​ຄັນ​ໃນ​ໂລ​ກາ​ພິ​ວັດ​ໃນ​ອະ​ນາ​ຄົດ, ວິ​ສາ​ຫະ​ກິດ​ເຢຍ​ລະ​ມັນ​ຄວນ​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ໂຄງ​ການ​ແລະ​ການ​ລົງ​ທຶນ​ທີ່​ກ່ຽວ​ຂ້ອງ ແລະ​ສ້າງ​ການ​ພົວ​ພັນ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​​ຕ່າງໄດ້​ຮັບ​ຜົນ​ປະ​ໂຫຍດ​ກັບ​ວິ​ສາ​ຫະ​ກິດ​ຈີນ​ເປັນ​ເວ​ລາ​ຍາວ​ນານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ