ໝີ​ແພນ​ດ້າ "ຢົງ​ມິງ" ໄດ້​ຮັບ​ລາງວັນ​ສູງ​ສຸດ​ໃນ​ລາງວັນ​ສັດ​ຍີ່​ປຸ່ນ
2018-02-27 16:14:08  cri 



ເດືອນ​ທັນ​ວາ​ປີ 2017 ຜ່ານ​ມາ, ສະ​ມາ​ຄົມ​ອະ​ນຸ​ລັກ​ສັດ​ຍີ່​ປຸ່ນ​ຂອງ​ນິ​ຕິ​ບຸກ​ຄົນ​ກຸ່ມ​ການ​ເງິນ​ສາ​ທາ​ລະ​ນະ ເຊິ່ງ​ເປັນ​ອົງ​ການ​ອະ​ນຸ​ລັກ​ສັດ​ທີ່​ມີ​ຊື່​ສຽງ​ຂອງ​ຍີ່​ປຸ່ນ ໄດ້​ຈັດ​ການ​ປະ​ກວດ​ສັດ​ຍີ່​ປຸ່ນຄັ້ງ​ທີ 10, ຜ່ານ​ການ​ປະ​ກວດ​ເປັນ​ເວ​ລາຫຼາຍ​ເດືອນ, ໝີ​ແພນ​ດ້າ "ຢົງ​ມິງ" ເຊິ່ງ​ເປັນ​ໝີ​ແພນ​ດ້າ​ຂອງ​ນະ​ຄອນ​ເຊີງ​ຕູ່​ແຂວງ​ເສ​ສວນ ສ​ປ ຈີນ​ທີ່​ອາ​ໄສ​ຢູ່​ຍີ່​ປຸ່ນນັ້ນ ໄດ້​ຮັບ​ລາງວັນ​ສູງ​ສຸດໃນ​ຄັ້ງ​ນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ