ກຳ​ປູ​ເຈຍ-ໄທ​ຈະ​ສ້າງ​ຕັ້ງ​ໜ່ວຍ​ງານ​ການ​ຄ້າ​ເພື່ອ​ສົ່ງ​ເສີມ​ການ​ຄ້າ​ສອງ​ຝ່າຍ
2018-02-28 10:23:49  cri 
ເມື່ອ​ບໍ່​ດົນ​ມາ​ນີ້, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ​ກຳ​ປູ​ເຈຍ​ແລະ​ໄທ​ໄດ້​ດຳ​ເນີນກອງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ການ​ຄ້າ​ປະ​ສົມ​ເທື່ອ​ທີ 6 ໂດຍ​ເຫັນ​ດີ​ເປັນເອ​ກະ​ພາບ​ກັນ​ຈະ​ສ້າງ​ຕັ້ງ​ໜ່ວຍ​ງານ​ການ​ຄ້າ​ເພື່ອ​ສົ່ງ​ເສີມ​ການ​ຄ້າ​ແລະ​ການ​ລົງ​ທຶນ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ສະ​ດວກ​ຂຶ້ນ ແລະ​ບັນ​ລຸ​ເປົ້າ​ໝາຍ​​ເພື່ອເຮັດ​ໃຫ້​ມູນ​ຄ່າ​ການ​ຄ້າ​ສອງ​ຝ່າຍ​ບຸນ​ລຸ​ເຖິງ 15 ຕື້​ໂດ​ລາ​ສະ​ຫະ​ລັດ​ເມື່ອ​ຮອດ 2020.

ໜ່ວຍ​ງານ​ການ​ຄ້າ​ດັ່ງ​ກ່າວ​ປະ​ກອບ​ດ້ວຍ​ເຈົ້າ​ໜ້າ​ທີ່​ກະ​ຊວງ​ການ​ຄ້າ​ຂອງ​ສອງ​ປະ​ເທດ, ຕາມ​ແຜນ​ການ, ​ຈະ​ແລກ​ປ່ຽນ​ກັນ​ 3 ເດືອນ​ເທື່ອ​ໜຶ່ງ​ເພື່ອ​ຫາ​ລືຄວາມ​ສົນ​ໃຈ​ຂອງ​ໃຜ​ລາວ​ໃນ​ດ້ານການ​ຄ້າ​ແລະ​ການ​ລົງ​ທຶນ,ປະ​ເມີນ​ຜົນ​ຄວາມ​ຄືບ​ໜ້າ​ການ​ຮ່ວມ​ມື​ແລະ​ອື່ນໆ. ກະ​ຊວງ​ການ​ຄ້າ​ໄທ​ຢືນ​ຢັນ​ວ່າ: ການ​ສ້​າງ​ຕັ້ງ​ໜ່ວຍ​ງານ​ການ​ຄ້າ​ຈະ​ມີ​ຜົນ​ດີ​ຕໍ່​ການ​ບັນ​ລຸ​ເປົ້າ​ໝາຍ​ການ​ຄ້າ​ຮ່ວມ​ຂອງ​ສອງ​ປະ​ເທດ.

ສອງ​ຝ່າຍ​ຍັງ​ໄດ້​ຈັດ​ການ​ແລກ​ປ່ຽນ​ທຸ​ລະ​ກິດ​ລະ​ຫວ່າງວິ​ສາ​ຫະ​ກິດ​ຂອງ​ສອງ​ປະ​ເທດ​ເພື່ອ​ຄົ້ນ​ຄວ້າ​ໂອ​ກາດ​ການ​ລົງ​ທຶນ​ນຳ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ