ສືບ​ທອດ​ສີ​ມື​ເຮັດ​ໂຄມ​ໄຟ​ແຕ່​ລະ​ເຊັ່ນ​ຄົນ
2018-02-28 16:55:26  cri 

ຄຽງ​ຄູ່​ກັບ​ບຸນ​ເຂົ້າ​ໜົມ​ບົວ​ລອຍ​ ບຸນ​ປະ​ເພ​ນີ​ສຳ​ຄັນ​ຂອງ​ຈີນ​ໃກ້​ຈະ​ມາ​ເຖິງ, ນາງວາງ​ຢູ​ລານ ຜູ້​ສືບ​ທອດ​ສີ​ມື​ເຮັດ​ໂຄມ​ໄຟ​ຊ່ຽນ​ຈູ່ ພ້ອມ​ດ້ວຍ​ນາງ​ເສິນ​ສາຍ​ຜິງ ລູກ​ໄພ້​ຂອງ​ຕົນ​ໄດ້​ເຂົ້າ​ສູ່​ໄລ​ຍະ​ທີ່​ຂຸ້ນຂ້ຽວ​ນຳ​ການ​ເຮັດ​ໂຄມ​ໄຟຫຼາຍ​ທີ່​ສຸດ. ໂຄມ​ໄຟ​ຊ່ຽນ​ຈູ່ ເປັນ​ໂຄມ​ໄຟ​ທີ່​ບໍ່​ມີ​ໂຄງ​ຮ່າງ ແລະ​ເຮັດ​ດ້ວຍແຜ່ນ​ເຈັ້ຍ​ນ້ອຍ​ໃຫຍ່​ທີ່​ມີ​ຮູບ​ຊົງ​ຕ່າງໆ​ໂດຍ​ຜ່ານ 13 ຂັ້ນ​ຕອນ​ເຊັ່ນ ​ເອົາ​ມີດ​ຄວັດ,ເຂັມ​ແທງ,ພັບ,ເຊື່ອມ​ຕໍ່​ແລະ​ອື່ນໆ. ປີ 2006, ໂຄມໄຟ​ຊ່ຽນ​ຈູ່​ໄດ້​ຖືກ​ຮັບ​ຮອງ​ໃຫ້​ເປັນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ທີ່​ບໍ່​ແມ່ນ​ວັດ​ຖຸ​ລະ​ດັບ​ຊາດ​ຊຸດ​ທຳ​ອິດ.

1  2  3  4  5  6  7  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ