ກຳ​ປູ​ເຈຍ​ຄາດ​ວ່າ​ນັກ​ທ່ອງ​ທ່ຽວ​ຈີນ​ໄປ​ທ່ຽວ​ກຳ​ປູ​ເຈຍ​ໃນ​ປີ​ນີ້​ຈະ​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ
2018-02-28 16:44:35  cri 
ໃນ​ກອ​ງ​ປະ​ຊຸມ​ປະ​ຈຳ​ປີ​ຂອງ​ກະ​ຊວງ​ທ່ອງ​ທ່ຽວ​ກຳ​ປູ​ເຈຍ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 27 ກຸມ​ພາ​ນີ້, ທ່ານ​ທອງ​ຄົນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ທ່ອງ​ທ່ຽວ​ກຳ​ປູ​ເຈຍ​ກ່າວ​ວ່າ, ຄາດ​ວ່າ​ກຳ​ປູ​ເຈຍ​ຈະ​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ຈີນ 1 ລ້ານ 7 ແສນ​ເທື່ອ​ຄົນ​ໃນ​ປີ 2018, ທຽ​ບ​ໃສ່​ໄລ​ຍະ​ດຽວ​ກັນ​​ຂອງປີ 2017 ເພີ່ມ​ຂຶ້ນ 40%.

ທ່ານ​ທອງ​ຄົນ​ ກ່າວ​ວ່າ, ສາຍ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ​ກຳ​ປູ​ເຈຍ​ແລະ​ຈີນ, ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ສວຍ​ງາມ​ຂອງ​ປະ​ເທດ​ຕົນ​ແລະ​ຖ້ຽວ​ບິນ​ໄປ​ມາ​ໂດຍ​ກົງ​ລະ​ຫວ່າງ​ສອງ​ປະ​ເທດ​ທີ່​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​ແມ່ນ​ສາ​ເຫດ​ຕົ້ນ​ຕໍ​ທີ່​ນັກ​ທ່ອງ​ທ່ຽວ​ຈີນ​ໄປ​ທ່ຽວ​ກຳ​ປູ​ເຈຍ​ເພີ່ມ​ຂຶ້ນ​ຢ່າງ​ຈະ​ແຈ້ງ. ​ຕາມ​ສະ​ຖິ​ຕິ​ຂອງ​ກະ​ຊວງ​ທ່ອງ​ທ່ຽວ​ກຳ​ປູ​ເຈຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ປີ 2017, ກຳ​ປູ​ເຈຍ​ ​ໄດ້​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ຈີນ 1 ລ້ານ 2 ແສນ 1 ໝື່ນ​ເທື່ອ​ຄົນ. ທ່ານ​ທອງ​ຄົນ ກ່າວ​ຕື່ມ​ວ່າ, ຄຽງ​ຄູ່​ກັບ​ກຸ່ມ​ຄົນ​ທີ່​ມີ​ລາຍ​ຮັບ​ລະ​ດັບ​ກາງ​ຂອງ​ຈີນ​ເພີ່ມ​ຂຶ້ນ, ຄົນ​ຈີນ​ທີ່ໄປ​ທ່ຽວຕ່າງ​ປະ​ເທດ​ຈະ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ.

ຂະ​ແໜງ​ການ​ທ່ອງ​ທ່ຽວ​ແມ່ນໜຶ່ງ​ໃນ​ຂະ​ແໜງ​ການ​ເສົາ​ຄ້ຳ​ຂອງ​ກຳ​ປູ​ເຈຍ. ຕົວ​ເລກ​ສະ​ແດງ​ໃຫ້​ເຫັນ​ວ່າ, ກຳ​ປູ​ເຈຍ​​ໄດ້​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ 5 ລ້ານ 6 ແສນ​ເທື່ອ​ຄົນ​ໃນ​ປີ​ຜ່ານ​ມາ. ແລະ​ຄາດ​ວ່າ, ປີ​ນີ້​ຕົວ​ເລກ​ດັ່ງ​ກ່າວ​​ຈະ​ເພີ່ມ​ຂຶ້ນ​ເປັນ 6 ລ້ານ 1 ແສນ​ເທື່ອ​ຄົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ