ນາ​ຍົກ​ມາ​ເລ​ເຊຍ​ກ່າວ​ວ່າ​ການ​ຮ່ວມ​ມື​ກັບ​ຈີນ​ເຮັດ​ໃຫ້​ສອງ​ຝ່າຍ​ລ້ວນ​ແຕ່​ໄດ້​ຮັບ​ຜົນ​ປະ​ໂຫຍດ
2018-02-28 16:27:18  cri 
    ວັນ​ທີ 27 ກຸມ​ພານີ້, ທ່ານ ນາ​ຈິບ ຕຸນ ຣາ​ຊັກ ນາ​ຍົກ​ລັດ​ຖະ​ມົນ​ຕີ​ມາ​ເລ​ເຊຍ ກ່າວ​ວ່າ, ວົງ​ການ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ຈີນ ແມ່ນ​ຄູ່​ຮ່ວມ​ສຳ​ຄັນ​ຂອງ​ປະ​ເທດ​ຕົນ​ໃນ​ການ​ສ້າງ​ເປັນ​ປະ​ເທດ​ທີ່​ມີ​ລາຍ​ໄດ້​ສູງ​ແລະ​ມີ​ສີ​ມື​ສູງ​ໃນ​ອະ​ນາ​ຄົດ, ປະ​ເທດ​ຕົນ​ສືບ​ຕໍ່​ຊົມ​ເຊີຍ​ຕໍ່​ການ​ລົງ​ທຶນ​ຈາກ​ຈີນ ແລະ​ການ​ຮ່ວມ​ມື​ກັບ​ຈີນ​ເຮັດ​ໃຫ້​ສອງ​ຝ່າຍ​ລ້ວນ​ແຕ່​ໄດ້​ຮັບ​ຜົນ​ປະ​ໂຫຍດ.

    ທ່ານ ນາ​ຈິບ ໄດ້​ຍົກ​ຕົວ​ຢ່າງວ່າ, ໂຄງ​ການ​ເຫຼັກກ້າປະ​ສົມ​ທີ່​ລົງ​ທຶນ​ໂດຍ​ຈີນ​ຢູ່​ສູນ​ອຸດ​ສາ​ຫະ​ກຳ​ກວນ​ຕານ​ມາ​ເລ​ເຊຍ-ຈີນ ໄດ້​ສ້າງ​ຕຳ​ແໜ່ງວຽກ​ງານ ຫຼາຍ​ພັນຕຳ​ແໜ່ງ ແລະ​ໄດ້​ຊຸກ​ຍູ້​ເສດ​ຖະ​ກິດ​ຂອງ​ທ້ອງ​ຖິ່ນ​ອີກ​ດ້ວຍ. ທ່ານ ກ່າວ​ຕື່ມ​ວ່າ, ກຳ​ມະ​ກອນ​ມາ​ເລ​ເຊຍ​ໄດ້​ຮຽນ​ຮູ້​ສີ​ມື ແລະ​ມີ​ລາຍ​ໄດ້​ສູງກວ່າ​ເກົ່າ, ທັງ​ນີ້​ບໍ່​ພຽງ​ແຕ່​ມີ​ຜົນ​ດີ​ຕໍ່​ບໍ​ລິ​ສັດ​ແລະ​ຜູ້​ລົງ​ທຶນ​ຂອງ​ຈີນ​ເທົ່າ​ນັ້ນ, ​ຍັງ​ມີ​ຜົນ​ດີ​ຕໍ່​ປະ​ຊາ​ຊົນ​ມາ​ເລ​ເຊຍ​ຢ່າງຫຼວງຫຼາຍ.

    ທ່ານ ນາ​ຈິບ ຍັງ​ໄດ້​ຕີ​ລາ​ຄາ​ສູງ​ຕໍ່​ການ​ສ້າງ "ໜຶ່ງ​ແລວ​ໜຶ່​ງ​ເສັ້ນ​ທາງ", ໂດຍ​ເຫັນ​ວ່າ, ປະ​ເທດ​ຕົນ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດຫຼາຍ​ດ້ານ​ຈາກ​ການ​ສ້າງ​ຂໍ້​ລິ​ເລີ່ມ​ດັ່ງ​ກ່າວ. ທ່ານ​ກ່າວ​ວ່າ: "ຖ້າ​ມາ​ເລ​ເຊຍ​ບໍ່​ຮັບ​ເອົາ​ໜຶ່ງ​ແລວ​​ໜຶ່​ງ​ເສັ້ນ​ທາງ, ກໍ​ໝາຍ​ຄວາມ​ວ່າ​ບໍ່​ມີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ປະ​ເທດ​."
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ