ຈີນ​ຈະ​ສົ່ງ​ນັກ​ກິ​ລາ 26 ຄົນ​ເຂົ້າ​ຮ່ວມ​ງານ​ມະ​ຫາ​ກຳ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູໜາວ​ພຽງ​ຊາງ
2018-03-01 10:27:10  cri 
ຄະ​ນະ​ຜູ້​ແທນ​ກິ​ລາ​ຈີນ​ທີ່​ຈະ​ເຂົ້າ​ຮ່ວມ​ງານ​ມະ​ຫາ​ກຳ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ​ພຽງ​ຊາງ 2018 ໄດ້​ຖະ​ແຫຼງ​ຂ່າວຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 28 ກຸມ​ພາ​ຜ່ານ​ມາ​ວ່າ: ນັກ​ກິ​ລາ​ຈີນ 26 ຄົນ​ຈະ​ເຂົ້າ​ຮ່ວມ​ງານ​ຄັ້ງ​ນີ້ ຖື​ວ່າ​ເປັນ​ຄັ້ງທີ່ຈີນ​ສົ່ງ​ນັກ​ກິ​ລາ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ໃນງານ​ມະ​ຫາ​ກຳ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ​ຫຼາຍ​ທີ່​ສຸດໃນ​ປະ​ຫວັດ​ສາດ.

ຂ່າວ​ແຈ້ງວ່າ: ງານ​ມະ​ຫາ​ກຳ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ​ຄັ້ງ​ທີ 12 ຈະ​ຈັດ​ຂຶ້ນ​ຢູ່​ເມືອງ​ພຽງ​ຊາງ ສ.​ ເກົາຫຼີ​ແຕ່​ວັນ​ທີ 9 ຫາ​ວັນ​ທີ 18 ມີ​ນາ​ນີ້​ໂດຍ​ຈະ​ແບ່ງ​ເປັນ​ສອງຂະ​ແໜງກິ​ລາ​ແຂ່ງ​ຂັນ​ຄື ຄົນ​ພິ​ການ​ທາງ​ສາຍ​ຕາ ແລະ​ຄົນ​ພິ​ການເສຍ​ອົງ​ຄະ ເຊິ່ງ​ລວມ​ທັງ​ໝົດ​ມີ 6 ປະ​ເພດ ​ແລະ 80 ລາຍ​ການ​ເປັນ​ຕົ້ນ ​ສະ​ກີ​ພູ​ສູງ ຫຼືalpine skiing, (Snowboarding),​ສະ​ກີ​ມະ​ພາກ​ສະ​ໜາມຫຼືcross-country skiing, Biathlon, ຮອກ​ກີ​ນ້ຳ​ກ້ອນ​ລໍ້​ຍູ້,ເຄີ​ລີງ (Curling)​ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ