ບໍ​ລິ​ສັດ​ຈີນ​ເຂົ້າ​ຮ່ວມ​ໂຄງ​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ທາງ​ລົດ​ໄຟ​ຝັ່ງ​ທະ​ເລ​ຕາ​ເວັນ​ອອກ​ມາ​ເລ​ເຊຍ
2018-03-01 14:47:37  cri 
ວັນ​ທີ 27 ກຸມ​ພາ​ແລ້ວ​ນີ້, ກະ​ຊວງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ແລະ​ສິ່ງ​ແວດ​ລ້ອມ​ມາ​ເລ​ເຊຍ​ໄດ້​ເຊັນ​ບົດ​ບັນ​ທຶ​ກ​ສັນ​ຍາ​ກັບ​ກຸ່ມ​ບໍ​ລິ​ສັດ​ກໍ່​ສ້າງ​ຄົມ​ມະ​ນາ​ຄົມ​ຈີນ​ຈຳ​ກັດ​ທີ່​ຮັບ​ເໝົາ​ກໍ່​ສ້າງ​ໂຄງ​ການ​ທາງ​ລົດ​ໄຟ​ຝັ່ງ​ທະ​ເລ​ຕາ​ເວັນ​ອອກ​ ແລະ​ສອງ​ຝ່າຍ​ຈະ​ສຸມ​ໃສ່​ການ​ໃຊ້​ມາດ​ຕະ​ການ​ຈຳ​ເປັນ​ເພື່ອ​ເຮັດ​ໃຫ້​ຂະ​ບວນ​ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ໄດ້​ມາດ​ຕະ​ຖານ​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ.

ຕາມ​ສັນ​ຍາ​ດັ່ງ​ກ່າວ, ໃນ​ໄລ​ຍະ​ເບື້ອງ​ຕົ້ນ​​ໃນ​ການກະ​ກຽມ​ກໍ່​ສ້າງ​ທາງ​ລົດ​ໄຟ, ສອງ​ຝ່າຍ​ຈະ​ຮັບ​ປະ​ກັນ​ຈັດ​ຕັ້ງ​ປະ​ຕິ​ບັດ​ຕາມ​ກົດ​ໝາຍ​ຄຸ້ມ​ຄອງ​ສັດ​ປ່າ​ເພື່ອຫຼຸດ​ຜົນ​ກະ​ທົບ​ຕໍ່​ສັດ​ປ່າ ສ່ວນ​ໃນ​ໄລ​ຍະ​ການ​ກໍ່​ສ້າງ, ສຳ​ລັບ​ເຂດ​ອະ​ນຸ​ລັກ​ສັດ​ປ່າ​ທີ່​ລຽບ​ຕາມ​ທາງ​ລົດ​ໄຟ​ນັ້ນ, ບໍ​ລິ​ສັດ​ຈີນ​ຈະ​ຮ່ວມ​ມື​ກັບ​ມາ​ເລ​ເຊຍ​ເພື່ອ​ໃຊ້​ວິ​ທີ​ຕ່າງໆ​ຍົກ​ຍ້າຍ​ສັດ​ປ່າ​ໄປ​ເຂດ​ສະ​ຫງວນ​ທີ່​ເໝາະ​ສົມ​ກວ່າ​ນັ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ