ລັດ​ຖະ​ສະ​ພາ​ອີ​ຣັກ​ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ບານກຳ​ນົດ​ເວ​ລາ​ໃຫ້​ກອງ​ທະ​ຫານຕ່າງ​ປະ​ເທດ​ຖອນ​ອອກ​ຈາກ​ປະ​ເທດ​ຕົນ
2018-03-02 10:37:55  cri 

ວັນ​ທີ 1 ມີ​ນາ​ນີ້​ລັດ​ຖະ​ສະ​ພາ​ອີ​ຣັກ​ໄດ້​ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ບານ​​ກຳ​ນົດ​ເວ​ລາ​ກ່ຽວ​ກັບ​ກອງ​ທະ​ຫານ​ຕ່າງ​ປະ​ເທດ​ຖອນ​ຕົວ​ອອກ​ຈາກ​ປະ​ເທດ​​ຕົນ​ໃຫ້ໝົດ.

ຕາມ​ສັນ​ຍາ​ລະ​ຫວ່າງ​ອາ​ເມ​ລິ​ກາ​ກັບ​ອີ​ຣັກ​ທີ່​ລົງ​ນາມ​ໃນ​ປີ 2008, ທະ​ຫານ​ອາ​ເມ​ລິ​ກາ​ທີ່​ປະ​ຈຳ​ຢູ່​ອີ​ຣັກ​ຕ້ອງ​ຖອນ​ຕົວ​ອອກ​ຈາກ​ອີ​ຣັກກ່ອນ​ທ້າຍ​ປີ 2011​ແລະ​ອະ​ນຸ​ຍາດ​ໃຫ້​ທະ​ຫານ​ອາ​ເມ​ລິ​ກາ​ພຽງ​ຈຳ​ນວນ​ໜ້ອຍ​ເທົ່​າ​ນັ້ນ​ເພື່ອ​ປະ​ຕິ​ບັດ​ໜ້າ​ທີ່​ຢູ່​ສະ​ຖານ​ທູດ​ອາ​ເມ​ລິ​ກາ​ປະ​ຈຳ​ອີ​ຣັກ. ປີ 2014, ກຸ່ມ​ຫົວ​ຮຸນ​ແຮງ IS ໄດ້​ຄວບ​ຄຸມ​ພາກ​ຕາ​ເວັນ​ຕົກ​ແລະ​ເຂດ​ສ່ວນ​ໃຫຍ່​ຂອງ​ພາກ​ເໜືອ​ອີ​ຣັກ, ອາ​ເມ​ລິ​ກາ​ຈິ່ງ​ເພີ່ມ​ທະ​ຫານ​ໄປ​ປະ​ຈຳ​ຢູ່​ອີ​ຣັກ.

ວັນ​ທີ 9 ທັນ​ວາ​ປີ​ຜ່ານ​ມາ, ທ່ານ​ໄຮ​ເດີ ອັນ ອາ​ບາ​ດີ  ນາ​ຍົກ​ລັດ​ຖະ​ມົນ​ຕີ​ອີ​ຣັກ​ປະ​ກາດ​ວ່າ ກອງ​ທັບ​ອີ​ຣັກ​ສາ​ມາດ​ຍຶດ​​ເອົາ​ດິນ​ແດນ​ທີ່​ຖືກ​ກຸ່ມISຍຶດ​ຄອງ​ນັ້ນ​ຄືນ​​ໄດ້ໝົດ​ແລ້ວ ຖື​ວ່າ​ອີ​ຣັກ​​ໄດ້​ຮັບ​ໄຊ​ຊະ​ນະ​ຄັ້ງ​ປະ​ຫວັດ​ການ​ໃນ​ການ​ປາບ​ປາມ​ກຸ່ມ​IS.


ຕົ້ນ​ເດືອນ​ກຸມ​ພາ​ຜ່ານ​ມາ, ອີ​ຣັກ​ຢືນ​ຢັນ​ວ່າ ປະ​ເທດ​ຕົນ​ໄດ້​ເຊັນ​ສັນ​ຍາ​ກັບ​ອາ​ເມ​ລິ​ກາ​ແລ້ວ​ທີ່​ຈະ​ຕັດ​ຮອນ​ຈຳ​ນວນ​ທະ​ຫານ​ອາ​ເມ​ລິ​ກາ​ປະ​ຈຳ​ອີ​ຣັກ​ໃຫ້​ໜ້ອຍ​ລົງ​ເທື່ອ​ລະ​ກ້າວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ