ປະ​ທາ​ນາ​ທິ​ບໍ​ດີ​ປາ​ແລັ​ສ​ຕິນ​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ໂລກ​ຊຸກ​ຍູ້​ຂະ​ບວນ​ການ​ສັນ​ຕິ​ພາບ​ປາ​ແລັ​ສ​ຕິນ​ກັບ​ອິ​ສ​ຣາ​ແອນ
2018-03-02 15:52:29  cri 
ຕອນ​ຄ່ຳ​ວັນ​ທີ 1 ມີ​ນາ​ນີ້​ຢູ່​ເມືອງຣາ​ມາ​ລາ​ເຊິ່ງ​ຕັ້ງຢູ່​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ, ທ່ານ​ອາບ​ບັ​ສ ປະ​ທາ​ນາ​ທິ​ບໍ​ດີ​ປາ​ແລັ​ສ​ຕິນ​ໄດ້​ຮຽກ​ຮ້ອງ​ໃຫ້​ປະ​ຊາ​​ຄົມ​ໂລກ​ໃຫ້​ຄວາມສົນ​ໃຈ​​ແລະ​ຊຸກ​ຍູ້​ຂະ​ບວນ​ການ​ສັນ​ຕິ​ພາບ​ປາ​ແລັ​ສ​ຕິນ​ກັບ​ອິ​ສ​ຣາ​ແອນ​ທີ່​ແກ່​ຍາວ​ມາເປັນ​ເວ​ລາ​ດົນ​ນານ​ແລ້ວ.

ໃນ​ພິ​ທີ​ເປີດກອງ​ປະ​ຊຸມ​ອົງ​ການ​ປົດ​ປ່ອງ​ແຫ່ງ​ຊາດ​ປາ​ແລັ​ສ​ຕິນ​ຫຼື​ຟາ​ຕາ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 1 ມີ​ນາ​ນີ້, ທ່ານ​ອາບ​ບັ​ສ ກ່າວ​ເນັ້ນ​ວ່າ​ປະ​ຊາ​ຄົມ​ໂລກ​ຄວນ​ອີງ​ຕາມ​ມະ​ຕິ​ສາ​ກົນ​ທີ່​ກ່ຽວ​ຂ້ອງກັບ​ບັນ​ຫາ​​ປາ​ແລັ​ສ​ຕິນ​ແລະ​ອິ​ສ​ຣາ​ແອນຈັດ​ກອງ​ປະ​ຊຸມ​ຫຼາຍ​ຝ່າຍ​ບົນ​ພື້ນ​ຖານ "ແຜນ​ການ​​ສ້າງ​ເປັນສອງ​ປະ​ເທດ", ເພື່ອ​ສ້າງ​ໂອ​ກາດ​ໃໝ່​ໃຫ້​ແກ່​ການ​ແກ້​ໄຂ​ບັນ​ຫາ​ປາ​ແລັ​ສ​ຕິນ​ກັບ​ອິ​ສ​ຣາ​ແອນ.

ທ່ານ​ອາບ​ບັ​ສ ກ່າວ​ຕື່ມ​ວ່າ, ປາ​ແລັ​ສ​ຕິນ​ໄດ້​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ​ສັນ​ຕິ​ພາບ, ​ແລະກໍ​ຫວັງ​ວ່າ​ປະ​ຊາ​ຄົມ​ໂລກ​ຈະ​ສາ​ມາດ​ທຳ​ຄວາມ​ພະ​ຍາ​ຍາມ​ໃໝ່​ເພື່ອ​ເປີດ​ຂະ​ບວນ​ການ​ສັນ​ຕິ​ພາບ​ລະ​ຫວ່າງ​ປາ​ແລັ​ສ​ຕິນ​ກັບ​ອິ​ສ​ຣາ​​ແອນ​ຄືນ​ໃໝ່, ແຕ່​ວ່າ​ປະ​ເທດ​ຕົນ​ຂໍ​ປະ​ຕິ​ເສດ​ຢ່າງ​ເດັດ​ດ່ຽວ​ຕໍ່​ແຜນ​ການ​ສາ​ກົນ​ທຸກ​ຮູບ​ແບບ​​ທີ່​ທຳ​ລາຍ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ​ປາ​ແລັ​ສ​ຕິນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ