ກອງ​ປະ​ຊຸມ​ຄັ້ງ​ທຳ​ອິດ​ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນຊຸດ​ທີ 13 ​ຈະຈັດ​ກອງ​ປະ​ຊຸມ​ກະ​ກຽມ
2018-03-03 14:16:13  cri 
​ກອງ​ປະ​ຊຸມ​ຄັ້ງ​ທຳ​ອິດ​ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 13 ​ຈະຈັດ​ກອງ​ປະ​ຊຸມ​ກະ​ກຽມ ໃນຕອນ​ເຊົ້າ​ວັນ​ທີ 4 ມີ​ນາ​ນີ້, ເພື່ອ​ເລືອກ​ຄະ​ນະ​ປະ​ທານ​ແລະ​ເລ​ຂາ​ທິ​ການຂອງກອງ​ປະ​ຊຸມ ທັງລົງ​ຄະ​ແນນ​ສຽງ​ຕໍ່​ຮ່າງວາ​ລະ​ປະ​ຊຸມ. ຈາກ​ນັ້ນ, ຄະ​ນະ​ປະ​ທານ​ຂອງກອງ​ປະ​ຊຸມກໍ​ຈະ​ຈັດ​ກອງ​ປະ​ຊຸມ​ຄັ້ງທຳ​ອິດ​. ເວ​ລາ 11 ໂມງ​ຂອງວັນ​ດຽ​ວ​ກັນ, ກອງ​ປະ​ຊຸມ​ຄັ້ງ​ທຳ​ອິດ​ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດທີ 13 ຈະ​ຈັດ​ພິ​ທີ​ຖະ​ແຫຼງ​ຂ່າວ​ໂດຍໂຄ​ສົກ​ຂອງກອງ​ປະ​ຊຸມ​ຈະ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ຈີນ​ແລະ​ຕ່າງ​ປະ​ເທດ​ກ່ຽວ​ກັບ​ວາ​ລະ​ປະ​ຊຸມ​ແລະ​ບັນ​ຫາ​ທີ່​ກ່ຽວ​ຂ້ອງ​ຂອງວຽກ​ງານ​ສະ​ພາ​ປະ​ຊາ​ຊົນ.

​ຂ່າວ​ລາຍ​ງານ​ຕື່ມ​ວ່າ, ໃນ​ມື້​ດຽວ​ກັນ, ກອງ​ປະ​ຊຸມ​ຄັ້ງ​ທຳ​ອິດ​ຂອງ​ສະ​ພາປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​​ຊຸດທີ 13 ຈະ​ແບ່ງ​ໜ່ວຍປຶກ​ສາ​ຫາ​ລື​​ຕະ​ຫຼອດມື້, ​ເພື່ອພິ​ຈາ​ລະ​ນາ​ບົດ​ລາຍ​ງານ​ວຽກ​ງານ​ຂອ​ງ​ຄະ​ນະ​ປະ​ຈຳ​ສະ​ພາ​​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນແຫ່ງ​ຊາດ​ແລະ​ບົດ​ລາຍ​ງານ​ສະ​ພາບ​​ວຽກ​ງານ​ຍັດ​ຕິ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ