ຈະ​ຫຼວດສົ່ງ​ຍານ​ "ສາງ​ເຈິ່ງ​ 8 " ຄາດ​ວ່າ​ຈະ​ຍິງ​ຄັ້ງ​ທຳ​ອິດ​ໃນ​ປີ 2020
2018-03-03 17:01:50  cri 
ທ່ານ​ຫຼີ້​ຫົງ ​ສະ​ມາ​ຊິກ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ, ຫົວ​ໜ້າ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ເຕັກ​ນິກ​ຈະ​ຫຼວດ​ສົ່ງ​ຍານ​ຈີນ​​ທີ່​ຂຶ້ນ​ກັບ​ກຸ່ມ​ບໍ​ລິ​ສັດ​ວິ​ທະ​ຍ​າ​ສາດ​ເຕັກ​ນິກ​ການ​ບິນ​ອະ​ວະ​ກາດ​ຈີນ​ກ່າວ​ໃນ​ວັນ​ທີ 2 ມີ​ນາ​ນີ້​ວ່າ, ​ຈະ​ຫຼວດ​ສົ່ງ​ຍານ​ຂະ​ໜາດ​ກາງ​​ຮຸ່ນ​ໃໝ່​ "ສາງ​ເຈິ່ງ 8" ໄດ້​​ເຂົ້າ​ສູ່​ໄລ​ຍະ​ຄົ້ນ​ຄວ້າ​ອອກ​ແບບຜະ​ລິດ​​ແລະຄາດ​ວ່າ​ຈະ​ຍິງ​ຄັ້ງ​ທຳ​ອິດ​ໃນ​ປີ 2020.

ທ່ານ​ຫຼີ້​ຫົງ ກ່າວຕື່ມ​ວ່າ, ​​ຈະ​ຫຼວດ​ສົ່ງ​ຍານ "ສາງ​ເຈິ່ງ 8" ​ສາ​ມາດ​ຍິງ​ສົ່ງເຂົ້າ​ສູ່​ວົງ​ໂຄ​ຈອນ​ໃກ້​​ໂລກ​ແລສາ​ມາດ​ປ່ຽນ​ເຂົ້າ​ສູ່​ວົງ​ໂຄ​ຈອນ​ທຽບ​ສະ​ຖິດ​ກັບ​ຈັງ​ຫວະ​ໝູນ​ບິ່ນ​ຂອງ​ໂລກ​ໄດ້​ແລະ​ມີ​ຈຸດ​ພິ​ເສດ​ຕ່າງໆ​ເຊັ່ນ, ​ຕົ້ນ​ທຶນຍິງ​ສົ່ງ​ບໍ່​ແພງ, ໄລ​ຍະ​ກະ​ກຽມ​ການ​ຍິງ​ສົ່​ງ​ສັ້ນແລະ​ເໝາະ​ກັບ​ເງື່ອນ​ໄຂ​ການ​ຍິງ​ສົ່ງ​ຂອງ​ຖານ​ສົ່ງ​ຫຼາຍ​ແຫ່ງ, ມີ​ຄວາມ​ສາ​ມາດ​ການ​ແຂ່ງ​ຂັນ​​ໃນ​ສາ​ກົນ, ​ສະ​ນັ້ນ​ຈຶ່ງອະ​ນາ​ຄົດ​ທີ່​ດີ​ໃນ​ຕະ​ຫຼາດ​ສົ່ງ​ດາວ​ທຽມ​​ທາງ​ທຸ​ລະ​ກິດ. ​ຈະ​ຫຼວ​ດ​ດັ່ງ​ກ່າວຈະ​ຊຸກ​ຍູ້​ການ​ພັດ​ທະ​ນ​າ​ ​ການ​ບິນ​ອະ​ວະ​ກາດ​​ທາງ​ທຸ​ລະ​ກິດຂອງ​ຈີນ​ຢ່າງ​ແຂງ​ແຮງ.
 
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ