ງານ​ສາຍ​ຮູບ​ເງົາ​ຈີນ​​ຢູ່ເຢຍ​ລະ​ມັນ​ຄັ້ງ​ທີ 3 ໄຂ​ຂຶ້ນ​ຢູ່​​ແຟ​ຮງ​ຄ​ຟຸກ
2018-03-03 17:09:25  cri 
ຕາມ​ຂ່າວ CRI: ວັນ​ທີ 2 ມີ​ນາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ​ງານ​ສາຍ​ຮູບ​ເງົາ​ຈີນ​ຢູ່​ເຢ​ຍ​ລະ​ມັນ​ຄັ້ງ​ທີ 3 ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​​ແຟ​ຮງ​ຄ​ຟຸກ​ທາງພາກ​ກາງ​ເຢ​ຍ​ລະ​ມັນໂດຍ​ໃນ​ໄລ​ຍະ 5 ວັນ, ຈະ​ສາຍ​ຮູບ​ເງົາ​ຈີນ​ດີ​ເດັ່ນ 11 ເລື່ອງ​ໃນ​ປີ 2017 ຢູ່​ເມືອງ​​​ແຟ​ຮງ​ຄ​ຟຸກ​ແລະ​ເມືອງ​​ດູ​ເຊວດອ​ຟ​ຂອງ​ເຢ​ຍ​ລະ​ມັນ.

ໃນ​ພິ​ທີ​​ເປີດ​ງານ​ດັ່ງ​ກ່າວ, ທ່ານ​ຫວາງ​ຊຸນ​ຊິງ ຫົວ​ໜ້າສະ​ຖານ​ກົງ​ສຸນ​ໃຫຍ່​ຈີນ​ປະ​ຈຳ​​ແຟ​ຮງ​ຄ​ຟຸກ ກ່າວ​ວ່າ, ດີ​ໃຈ​ຫຼາຍ​ທີ່​ໄດ້​ເຫັນ​​ງານ​ສາຍ​ຮູບ​ເງົາ​ຈີນ​ສອງ​ຄັ້ງຜ່ານ​ມາ​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຈາກ​ປະ​ຊາ​ຊົນ​ທ້ອງ​ຖິ່ນ, ​ເຊິ່ງ​ເຮັດ​ໃຫ້​ປະ​ຊາ​ຊົນ​ເຢຍ​ລະ​ມັນ​ຮັບ​ຮູ້​ແລະ​​ເຂົ້າ​ໃຈຈີນ​ຫຼາຍ​ຍິ່ງ​ຂຶ້ນ.

​ງານ​ສາຍ​ຮູບ​ເງົາ​ຈີນຂອງ​ເຢຍ​ລະ​ມັນ​ໄດ້​ຕັ້ງ​ລາງວັນ 5 ປະ​ເພດ​ຄື: ​ຮູບ​ເງົາເລື່ອງ​ດີ​ເດັ່ນ, ຜູ້​ກຳ​ກັບ​ຮູບ​ເງົາ​ດີ​ເດັ່ນ, ຜູ້​ຮຽບ​ຮຽງ​ບົດ​ລະ​ຄອນ​ດີ​ເດັ່ນ, ພະ​ເອກ​ດີ​ເດັ່ນ​ແລະ​ນາງ​ເອກ​ດີ​ເດັ່ນ, ຈະ​​ປະ​ກວດ​ໂດຍ​ຄະ​ນະ​ກຳ​ມະ​ການ​ປະ​ກວດທີ່​ປະ​ກອບ​ດ້ວຍ​ນັກ​ວິ​ຊາ​ການ​ຈີນ​ແລະ​ເຢຍ​ລະ​ມັນ, ແລະຜົນ​ການ​ປະ​ກວດກ​ຈະ​ເປີດ​ເຜີຍ​ໃນ​ພິ​ທີ​ປິດ​ງາ​ນ​ກໍ​ຄື​ພິ​ທີ​ມອບ​ລາງວັນ​ທີ່​ຈະ​ຈັດ​ຂຶ້ນ​ຢູ່​ເມືອງ​​ດູ​ເຊວດອບໃນ​ວັນ​ທີ 6 ມີ​ນາ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ