ຈີນ​ກຳ​ລັງ​ຄົ້ນ​ຄວ້າ​ຜະ​ລິດ​ສະ​ຖາ​ນີ​ອະ​ວະ​ກາດ​
2018-03-05 16:49:04  cri 
    ທ່ານ ໂຈ່ວ​ຈ້ຽນ​ພິງ ສະ​ມາ​ຊິກ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ, ນາຍ​ຊ່າງ​ໃຫຍ່​ໂຄງ​ການ​ການ​ບິນ​ອະ​ວະ​ກາດ​ບັນ​ທຸກ​ຄົນ​ຂອງ​ຈີນ ໃຫ້​ສຳ​ພາດ​ໃນ​ວັນ​ທີ 4 ມີ​ນານີ້​ວ່າ, ໜ່ວຍ​ງານ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ ກຳ​ລັງ​ຄົ້ນ​ຄວ້າ​ຍານ​ອະ​ວະ​ກາດ​ເບື້ອງ​ຕົ້ນ​ທີ່​ຈະ​ປະ​ກອບ​ເປັນ​ສະ​ຖາ​ນີອ​ະ​ວະ​ກາດ ເຊິ່ງ​ຈະ​ປະ​ກອບ​ດ້ວຍ​ຍານ​ແກນ​ກາງ​ຍານ​ໜຶ່ງ​ແລະ​ຍານ​ທົດ​ລອງ​ສອງ​ຍານ.

    ທ່ານ ໂຈ່ວ​ຈ້ຽນ​ພິງ ກ່າວ​ວ່າ, ຈີນ​ມີ​ແຜນ​ຈະ​ຍິງ​ສົ່ງ​ຍານ​ອະ​ວະ​ກາດ​ທີ່​ເປັນ​ພາກ​ສ່ວນ​ໃຈ​ກາງ​ເພື່ອ​ການ​ທົດ​ລອງ​ເຕັກ​ນິກ​ໃຈ​ກາງຂອງ​ສະ​ຖາ​ນີ​ອະ​ວະ​ກາດ​ກ່ອນ​ແລະຫຼັງ​ປີ 2020. ຫຼັງ​ຈາກນັ້ນ, ຈະ​ຍິງ​ສົ່ງ​ສອງ​ຍານ​ທົດ​ລອງ​ເພື່ອ​ເຊື່ອມ​ຕໍ່​ກັບ​ຍານ​ໃຈ​ກາງ, ສາມ​ຍານ​ເຊື່ອມ​ຕໍ່​ກັນ​ແລ້ວ​ຈະ​ເຂົ້າ​ສູ່​ໄລ​ຍະ​ການ​ປະ​ຕິ​ບັດ​ໜ້າ​ທີ່.

    ສະ​ຖາ​ນີ​ອະ​ວະ​ກາດ​ສາ​ກົນ​ທີ່​ຍັງ​ຢູ່​ໃນ​ວົງ​ໂຄ​ຈອນ​ພຽງ​ສະ​ຖາ​ນີ​ດຽວ ຈະ​ໝົດ​ອາ​ຍຸ​ໃນ​ປີ 2024, ເມື່ອ​ຮອດ​ເວ​ລານັ້ນ, ຈີນ​ຈະ​ກາຍ​ເປັນ​ປະ​ເທດ​ທີ່​ມີ​ສະ​ຖາ​ນີ​ອະ​ວະ​ກາດຢູ່​ໃນ​ວົງ​ໂຄ​ຈອນພຽງ​ໜຶ່ງ​ດຽວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ