ປະ​ຊາ​ຊົນ​ເຜົ່າ​ມົ້ງ​ສະຫຼອງ "ບຸນມອງ​ຮາວ"
2018-03-05 17:00:35  cri 



ວັນ​ທີ 4 ມີ​ນານີ້, ຢູ່​ຕາ​ແສງ​ອ່ານ​ຊຸຍ​ເມືອງ​ປົກ​ຄອງ​​ຕົນ​ເອງ​ເຜົ່າ​ມົ້ງ​ຢົງ​ສຸຍ​ນະ​ຄອນຫຼິວ​ໂຈ່ວ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້ວງກວາງ​ຊີ ສ​ປ ຈີນ ໄດ້​ຈັດ​ງານ​ສະຫຼອງ "ບຸນມອງ​ຮາວ" ​ປີ​ລະ​ໜຶ່ງ​ຄັ້ງ. ຊາວ​ເຜົ່າ​ມົ້ງ​ທີ່​ຕົກ​ແຕ່ງ​ເປັນ "ມອງ​ຮາວ" ເກືອບ​ຮ້ອຍ​ຄົນແຫ່​ຂະ​ບວນ​ຕາມ​ຖະ​ໜົນ​ຫົນ​ທາງ ທັງຫຼິ້ນ​ນຳ​ກັບ​ປະ​ຊາ​ຊົນ​ແລະ​ນັກ​ທ່ອງ​ທ່ຽວ. "ມອງ​ຮາວ" ເປັນ​ຊື່​ເອີ້ນ​ຄົນ​ປ່າ​ຂອງ​ເຜົ່າ​ມົ້ງ, ບັນ​ພະ​ບຸ​ລຸດ​ເຜົ່າ​ມົ້ງ​ເຄີຍ​ແຕ່ງ​ຕົວ​ເປັນ "ມອງ​ຮາວ" ຂັບ​ໄລ່​ພວກ​ໂຈນ, ແລະ​ຜ່ານ​ມາ​ເວ​ລາ​ດົນ​ນານຮອດ​ປັດ​ຈຸ​ບັນ, ການ​ແຕ່ງ​ຕົວ​ເປັນ "ມອງ​ຮາວ" ໄດ້​ກາຍ​ເປັນ​ກິດ​ຈະ​ກຳ​ທີ່​ເປັນ​ສັນ​ຍະ​ລັກ​ໃຫ້​ແກ່​ສຸ​ຂະ​ພາບ​ທີ່​ເຂັ້ມ​ແຂງ​ແລະ​ຄວາມ​ສະ​ຫງົບ​ຂອງ​ທ້ອງ​ຖິ່ນ.

1  2  3  4  5  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ