ທ່ານ​ສີ​ຈິ້ນ​ຜິງ​ເນັ້ນ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຢ່າງ​ມີ​ຄຸນ​ນະ​ພາບ​ສູງ​ແລະແກ້​ໄຂ​ບັນ​ຫາ​ຍາກ​ໃນ​ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ
2018-03-06 11:21:57  cri 


(ທ່ານ​ສີ​ຈິ້ນ​ຜິງ​ເນັ້ນ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຢ່າງ​ມີ​ຄຸນ​ນະ​ພາບ​ສູງ​ແລະແກ້​ໄຂ​ບັນ​ຫາ​ຍາກ​ໃນ​ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ)



ກອງ​ປະ​ຊຸມ​ຄັ້ງ​ທຳ​ອິດ​ຂອງ​ສະ​ພາປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 13 ໄດ້​ໄຂ​ຂຶ້ນ​ໃນ​ວັນ​ທີ 5 ມີ​ນານີ້, ມື້​ດຽວ​ກັນ, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານສູນ​ກາງ​ຈີນ​ໄດ້​ເຂົ້າ​ຮ່ວມ​ປຶກ​ສາ​ຫາ​ລືກັບຄະ​ນະ​ຜູ້​ແທນ​​ເຂດ​ປົກ​ຄອງ​ຕົນ​ເອງມົງ​ໂກ​ໃນ.

ໃນ​ເວ​ລາ​ຮັບ​ຟັງ​ການ​ປະ​ກອບ​ຄຳ​ເຫັນ​ຂອງ​ຜູ້​ແທນ​ມົງ​ໂກ​ໃນ​ກ່ຽວ​ກັບ​ບັນ​ຫາ​ຕ່າງໆ​ເຊັ່ນ: ການ​ເດີນ​​ຕາມ​ເສັ້ນ​ທາງ​ສ້າງ​​ຊົນ​ນະ​ບົດ​ໃຫ້​ຈະ​ເລີນ​ໃນ​ຍຸກ​ໃໝ່, ສ້າງ​ຂະ​ແໜງ​ການ​ການ​ທ່ອງ​ທ່ຽວ​ທີ່​ເປັນ​ມິດ​ກັບສິ່ງ​ແວດ​ລ້ອມ, ຍາດເອົາໄຊ​ຊະ​ນະ​ໃນ​ການ​ແກ້​ໄຂ​ບັນ​ຫາ​ຍາກ​ຕ່າງໆ​ໃນ​ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ໃຫ້​ຖືກ​ຕ້ອງ​ຕາມ​ເປົ້າ​ໝາຍ, ທ່ານ​ສີ​ຈິ້ນ​ຜິງ​ເນັ້ນ​ວ່າ, "ຕ້ອງ​ເອົາ​ການ​ແກ້​ຂໍ້​ຍາກ​ໃນ​ການ​ຫຼຸດ​ຜ່ອນ​ຄວາ​ມ​ທຸກ​ຍາກ​ປະ​ສານສົມ​ທົບກັບ​ການ​ປະ​ຕິ​ບັດ​ຍຸດ​ທະ​ສາດ​ສ້າງ​ຊົນ​ນະ​ບົດ​ໃຫ້​ຈະ​ເລີນ, ຊຸກ​ຍູ້​ໃຫ້​ບ້ານ​ຊົນ​ນະ​ບົດ​ມີ​ຄວາມ​ຈະ​ເລີນ​ດ້ານ​ການ​ລ້ຽງ​ສັດ, ມີສະ​ພາບ​ແວດ​ລ້ອມ​ທີ່​ໜ້າ​ຢູ່, ມີ​ສີ​ວິ​ໄລ​ວັດ​ທະ​ນະ​ທຳ​ຊົນ​ນະ​ບົດ, ສຳ​ເລັດ​ຜົນ​ໃນ​ການ​ປັບ​ປຸງ, ແລະ​ປະ​ຊາ​​ອົ​ນ​ມີ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ຮັ່ງ​ມີ, ຕ້ອງ​ສ້າງ​ບ້ານ​ເພິ່ງ​ພາ​ອາ​ໃສ​ຂອງ​ຊາວ​ກະ​ສິ​ກອນ ແລະ​ຊາວ​ລ້ຽງ​ສັດ​ອັນ​ໄພ​ສານ​ໃຫ້​ດີ​ຮອບ​ດ້ານ. ຕ້ອງດຳ​ເນີນ​ການ​​ແກ້​ໄຂ​ບັນ​ຫາ​​ສໍ້​ລາດ​ບັງ​ຫຼວງ​ແລະ​ບັນ​ຫາ​ແບບ​ແຜນ​ເຮັດ​ວຽກ​ແລະ​ການ​ດຳ​ລົງ​ຊີ​ວິດ​ທີ່​ເກີດ​ຂຶ້ນ​ຢູ່​ໃນ​ຂົງ​ເຂດ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ, ເພີ່ມ​ທະ​ວີ​ການ​ຄຸ້ມ​ຄອງ​ງົບປະ​ມານ​ຫຼຸດ​ຜ່ອນ​​ຄວາມ​ທຸກ​ຍາກ, ຕ້ອງ​ລົງ​ໂທດ​ຢ່າງ​ເຂັ້ມ​ງວດ​ຕໍ່​ບຸກ​ຄົນ​ທີ່​ສໍ້​ລາດ​ບັງ​ຫຼວງ ​ຫຼື​ກິນ​ສິນ​ບົນ​ຕໍ່​ງົບປະ​ມານຊ່ວຍ​ເຫຼືອ​ຄວາມ​ທຸກ​ຍາກ."

1  2  3  4  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ