ຄວາມ​ຕ້ອງ​ການ​ດ້ານ​ນ້ຳ​ມັນ​ເຊື້ອ​ໄຟ​ຂອງ​ໂລກ​ຈະ​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ​ໃນ​ 5 ປີ​ຕໍ່​ໜ້າ
2018-03-06 15:18:51  cri 
ອົງ​ການ​ພະ​ລັງ​ງານ​ສາ​ກົນຫຼື IEA ອອກ​ບົດ​ລາຍ​ງານ​ໃນ​ວັນ​ທີ 5 ມີ​ນາ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ໃນ 5 ປີ​ຕໍ່​ໜ້າ, ຄວາມ​ຕ້ອງ​ການ​ດ້ານ​ນ້ຳ​ມັນ​ເຊື້ອ​ໄຟ​ຂອງ​ໂລກ​ຈະ​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ, ໃນ​ນັ້ນ​ຄວາມ​ຕ້ອງ​ການ​ນ້ຳ​ມັນ​ເຊື້ອ​ໄຟ​ຂອງ​ຈີນ​ແລະ​ອິນ​ເດຍ​ຈະ​ກວມ​ເຄິ່ງ​ໜຶ່ງ​ຂອງ​ໂລກ.

ບົດ​ລາຍ​ງານ​ລະ​ບຸ​ວ່າ, ປະ​ມານການ​ຜະ​ລິດ​ນ້ຳ​ມັນ​ເຊື້ອ​ໄຟ​ຂອງ​ປະ​ເທດ​ບໍ່​​ແມ່ນ​ສະ​ມາ​ຊິກ​ອົງ​ການ​ໂອ​ເປັກ​ຈະ​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ​ໃນ 5 ປີ​ຕໍ່​ໜ້າ, ໃນ​ນັ້ນ​ປະ​ລິ​ມານ​ການ​ຜະ​ລິດ​ຂອງ​ອາ​ເມ​ລິ​ກາ, ເບຼ​ຊິນ, ກາ​ນາ​ດາ​ແລະ​​ນ໊ອກ​ແວ​ຈະ​ເພີ່ມ​ຂຶ້ນ​ຫຼາຍກວ່າ​ໝູ່. ໃນ​ດ້ານ​ລາ​ຄາ​ນ້ຳ​ມັນ​ເຊື້ອ​ໄຟ​, ບົດ​ລາຍ​ງານ​ເຫັນ​ວ່າ, ລາ​ຄາ​ນ້ຳ​ມັນ​ເຊື້ອ​ໄຟ​ສາ​ກົນ​ຈະ​ບໍ່​ມີ​ການ​ປ່ຽນ​ແປງ​ໃຫຍ່​ໃນ 5 ປີ​ຕໍ່​ໜ້າ, ຄາດ​ວ່າ​ລາ​ຄາ​ນ້ຳ​ມັນ​ເຊື້ອ​ໄຟ​ຈະ​ຢູ່​ໃນ​ລະ​ດັບ​ 60 ໂດ​ລາ​ສະ​ຫະ​ລັດຕໍ່​ບາ​ເຣວ​ເທົ່າ​ນັ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ