ທ່ານ​ກິມ​​ເຈິງ​ອຸນ​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ​ຄະ​ນະ​ທູດ​ພິ​ເສດ​ ສ. ເກົາຫຼີ
2018-03-06 14:28:12  cri 
ຂ່າວ​ສານ​ສູນ​ກາງ​ເກົາຫຼີ​ລາຍ​ງານ​ໃນ​ວັນ​ທີ 6 ມີ​ນາ​ນີ້​ວ່າ, ວັນ​ທີ 5 ມີ​ນາ​ນີ້, ທ່ານ​ກິມ​ເຈິງ​ອຸນ ຜູ້​ນຳ​ສູງ​ສຸດ ສ​ປ​ປ ເກົາຫຼີ​ໄດ້​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ​ຄະ​ນະ​ທູດ​ພິ​ເສດ​ ສ. ເກົາຫຼີ ທີ່​ໄປ​ຢ້ຽມ​ຢາມ, ພາຍຫຼັງ​ໄດ້​ຮັບ​ຟັງ​ການ​ລາຍ​ງານ​ກ່ຽວ​ກັບ​ຄວາມ​ຫວັງ​ຂອງ​ທ່ານ​ມຸນ​ແຈ​​ອິນ ປະ​ທາ​ນາ​ທິ​ບໍ​ດີ ສ.ເກົາຫຼີ ກ່ຽວ​ກັບ​ການ​ພົບ​ປະ​ຂັ້ນ​ສຸດຍອດ​ແລ້ວ, ສອງ​ຝ່າຍ​ໄດ້​ແລກ​ປ່ຽນ​ຄວາມ​ເຫັນ​ກັນ ແລະ ​ບັນ​ລຸຄວາມ​ເປັນ​ເອ​ກະ​ພາບ​ກັນ​ທີ່​ໜ້າ​ເພິ່ງ​ພໍ​ໃຈ.

ຂ່າວ​ແຈ້ງ​ຕື່ມ​ວ່າ, ທ່ານ​ກິມ​ເຈິງອຸນ​ຍັງ​ຮຽກ​ຮ້ອງ​ໃຫ້​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ປະ​ຕິ​ບັດ​ມາດ​ຕະ​ການ​ຕົວ​ຈິງເພື່ອ​ເລື່ອງ​ນີ້​ໂດຍ​ໄວ. ໂອ​ກາດ​ນີ້, ທ່ານ​ຈົງ​ອຸຍ​ຢົງ ຫົວ​ໜ້າ​ຫ້ອງ​ການ​ປ້ອງ​ກັນ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຊົງ​ວາ​ເດ ສ.ເກົາຫຼີ, ຫົວ​ໜ້າ​ຄະ​ນະ​ທູດ​ພິ​ເສດ​ ສ.ເກົາຫຼີ​ໄດ້​ມອບຈົດ​ໝາຍ​ຂອງ​ທ່ານ​ມູນ​ແຈ​ອິນໃຫ້​ແກ່​ທ່ານ​ກິມເຈິງ​ອຸນ​ອີກ​ດ້ວຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ