ຄົນ​ຕ່າງ​ປະ​ເທດ 52 ຄົນ​ໄດ້​ຮັບ "ໜັງ​ສື​ຢືນ​ຢັນ​ເປັນ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ຕ່າງ​ປະ​ເທດ​ລະ​ດັບ​ສູງ" ຂອງ​ນະ​ຄອນ​ຊຽງ​ໄຮ້
2018-03-06 14:30:47  cri 
ສູນ​ບໍ​ລິ​ການ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ນະ​ຄອນ​ຊຽງ​ໄຮ້​ເປີດ​ເຜີຍ​ໃນ​ວັນ​ທີ 5 ມີ​ນາ​ນີ້​ວ່າ, ນັບ​ແຕ່​ນະ​ຄອນ​ຊຽງ​ໄຮ້​ເລີ່ມ​ປະ​ຕິ​ບັດ​ລະ​ບຽບ​ການ​ວິ​ຊ້າ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ສະ​ບັບ​ໃໝ່​ເປັນ​ຕົ້ນ​ມາ, ມີຄົນ​ຕ່າງ​ປະ​ເທດ 52 ຄົນ​ໄດ້​ຮັບ "ໜັງ​ສື​ຢືນ​ຢັນ​ເປັນ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ຕ່າງ​ປະ​ເທດ​ລະ​ດັບ​ສູງ" ເຊິ່ງ​ເປັນ​ອັນ​ດັບ​ໜຶ່ງ​ໃນ​ທົ່ວ​ປະ​ເທດ.

ໃນ​ຖາ​ນະ​ເປັນ​ໜຶ່ງ​ໃນ​ຕົວ​ເມືອງ​​ທີ່​ເປັນຈຸດ​ທົດ​ລອງ​ປະ​ຕິ​ບັດ​ລະ​ບຽບ​ການ​ດັ່ງ​ກ່າວ, ນະ​ຄອນ​ຊຽງ​ໄຮ້​ໄດ້​ເລີ່ມ​ປະ​ຕິ​ບັດ​ລະ​ບຽບ​ການ​ດັ່ງ​ກ່າວ​ແຕ່​ວັນ​ທີ 1 ມັງ​ກອ​ນີ້​ປີ​ນີ້​ເປັນ​ຕົ້ນ​ໄປ, ຄົນ​ຕ່າງ​ປະ​ເທດ​ທີ່​ມີ "ໜັງ​ສື​ຢືນ​ຢັນ​ເປັນ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ຕ່າງ​ປະ​ເທດ​ລະ​ດັບ​ສູງ" ສາ​ມາດ​ໄດ້​ວິ​ຊ້າ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ຕ່າງ​ປະ​ເທດ​ຈາກ​ສະ​ຖານ​ທູດ ຫຼື ສະ​ຖານ​ກົງ​ສູນ​ຈີນ​ປະ​ຈຳ​ຕ່າງ​ປະ​ເທດ ທີ່​ສາ​ມາດ​ເຂົ້າ​ອອກ​ເມືອງ​ຈີນຫຼາຍ​ເທື່ອ​ໄດ້ ທີ່​ມີ​ອາ​ຍຸ​ການ​ແຕ່ 5 ປີ ຫາ 10 ປີ ແລະ​ແຕ່​ລະ​ເທື່ອ​ສາ​ມາດ​​ຢູ່​ຈີນ​ໄດ້​ເຖິງ 180 ວັນ ຄື​ວິ​ຊ້າ​ປະ​ເພດ R. ຄູ່​​ສົມ​ລົດ ແລະ ລູກ​ທີ່​ຍັງ​ບໍ່​ເຕັມ​ກະ​ສຽນ​ອາ​ຍຸ​ຂອງ​ຄົນ​ຕ່າງ​ປະ​ເທດ​ທີ່​ມີ​ວິ​ຊ້າ​ປະ​ເພດ​ນີ້​ຈະ​ໄດ້​ຮັບ​ວິ​ຊ້າ​ປະ​ເພດ​ດຽວ​ກັນ​ເຊັ່ນ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ