ຈີນ​ຄອງ​ຄອຍ​ຮ່ວມ​ກັບ​ລັດ​ຖະ​ບານ​ຊຸດ​ໃໝ່​ຂອງ​ເຢຍ​ລະ​ມັນ​ຊຸກ​ຍູ້​ໃຫ້​ການ​ພົວ​ພັນ​ລະ​ຫວ່​າງ​ສອງ​ປະ​ເທດ​ຂະ​ຫຍາຍ​ຕົວ
2018-03-06 14:32:32  cri 
ທ່ານ​ເກິງ​ສວງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ໃນ​ວັນ​ທີ 5 ມີ​ນາ​ນີ້​ວ່າ, ຈີນ​ຄອງ​ຄອຍ​ຮ່ວມ​ກັບ​ລັດ​ຖະ​ບານ​ຊຸດ​ໃໝ່​ຂອງ​ເຢຍ​ລະ​ມັນ, ສືບ​ຕໍ່​ຊຸກ​ຍູ້​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຄົບ​ວົງ​ຈອນ​ລະ​ຫວ່າງ​ຈີນ-ເຢຍ​ລະ​ມັນ​ຂະ​ຫຍາຍ​ຕົວ​ຢ່າງ​ໜັກ​ແໜ້ນ​ໃນ​ລະ​ດັບ​ສູງ.

ຕາມ​ຂ່າວ​ແຈ້ງວ່າ, ວັນ​ທີ 4 ມີ​ນາ​ນີ້, ພັກ​ສັງ​ຄົມ​ປະ​ຊາ​ທິ​ປະ​ໄຕ​ເຢຍ​ລະ​ມັນ​ປະ​ກາດ​ວ່າ, ສະ​ມາ​ຊິກ​ພັກ 66% ຂອງ​ພັກ​ຕົນ​ປ່ອນ​ບັດ​ສະ​ໜັບ​ສະ​ໜູນ​ຮ່ວມ​ກັບ​ພັກ​ສະ​ຫະ​ພັນ​ທີ່​ນຳ​ພາ​ໂດຍ​ທ່ານ​ນາງ​ແອນ​ເຈີ​ລາ ເມີ​ເຄວ ເພື່ອ​ສ້າງ​ລັດ​ຖະ​ບານ​ປະ​ສົມ. ທ່ານ​ນາງ​ເມີ​ເຄວ​ອາດ​ຈະ​ສາ​ມາດ​​ສືບ​ຕໍ່​ເປັນນາ​ຍົກ​ລັດ​ຖະ​ມົນ​ຕີ​ສະ​ໄໝ​ທີ 4 ແຕ່​ກາງ​ເດືອນ​ມີ​ນາ​ນີ້​ເປັນ​ຕົ້ນ​ໄປ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ