ລູກ​ຝາ​ແຝດ 3 ໂຕ​ຂອງ​ເສືອ​ຮ​ວາ​ໜານ​ໂຊ​ໂຕ​ຢູ່​ເມືອງ​ຫາງ​ໂຈ່ວ
2018-03-06 16:15:18  cri 

ວັນ​ທີ 3 ມີ​ນາ​ນີ້, ​ລູກ​ຝາ​ແຝດ 3 ໂຕ​ຂອງ​ເສືອ​ຮ​ວາ​ໜານ ທີ່​ຫາ​ກໍ່​ເກີດ​​ໄດ້ 20 ກວ່າ​ວັນ​ໄດ້​ໂຊ​ໂຕຢູ່​ສວນ​ສັດ​ປ່າ​ເມືອງ​ຫາງ​ໂຈ່ວ ເຊິ່ງ​​ໄດ້​ດຶ​ງ​ດູດ​ປະ​ຊ​າ​ຊົນ​ພາ​ກັນ​ເຂົ້າ​​ມາຊົມ​ຢ່າງຫຼວງຫຼາຍ. ນີ້​ແມ່ນ​ເສືອ​ຮ​ວາ​ໜານ​ຢູ່​ສວນ​ສັດ​ປ່າ​ເມືອງ​ຫາງ​ໂຈ່ວ​ທີ່​ໄດ້ແຜ່​ພັນ​ເປັນ​ເທື່ອ​ທີ 3 ​ແລ້ວ ແລະ ເກີດ​ລູກ​ຝາ​ແຝດ 3 ໂຕ ເປັນ​ຄັ້ງ​ທຳ​ອິດ.

ຕາມ​ຂ່າວ​ແຈ້ງວ່າ, ເສືອ​ຮ​ວາ​ໜານ ແລະ ໝີ​ແພນ​ດາ​ລ້ວນ​ແຕ່​ເປັນ​ສັດ​​ໃນ​ຈຳ​ນວນ​ສັດ 10 ຊະ​ນິດ​ທີ່​ໃກ້​ຈະ​ສູນ​ພັນຂອງ​ຈີນ ແລະ ເສືອ​ຮ​ວາ​ໜານ​ມີ​ຈຳ​ນວນ​ໜ້ອຍກວ່າ​ໝີ​ແພນ​ດາ​ອີກດ້ວຍ.


1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ