ຄະ​ນະ​ທູດ​ພິ​ເສດ​ສ.ເກົາຫຼີ​ເດີນ​ທາງ​ເຖິງ​ພຽງ​ຢາງ​ເພື່ອ​ຢ້ຽມ​ຢາມສ​ປ​ປ​ເກົາຫຼີ
2018-03-06 16:20:32  cri 
    ໂທ​ລະ​ພາບ​ສູນ​ກາງ​ສ​ປ​ປ​ເກົາຫຼີ​ລາຍ​ງານ​ໃນ​ວັນ​ທີ 5 ມີ​ນານີ້​ວ່າ, ຄະ​ນະ​ທູດ​ພິ​ເສດ​ທີ່​ແຕ່ງ​ຕັ້ງໂດຍ​ທ່ານ ມູນ​ແຈ​ອິນ ປະ​ທາ​ນາ​ທິ​ບໍ​ດີ​ສ.ເກົາຫຼີ ໄດ້​ເດີນ​ທາງ​ໄປ​ເຖິງ​ນະ​ຄອນຫຼວງ​ພຽງ​ຢາງ​ ເພື່ອ​ຢ້ຽມ​ຢາມ​ສ​ປ​ປ​ເກົາຫຼີ.

    ສ.ເກົາຫຼີ​ກ່າວ​ວ່າ, ການ​ຢ້ຽມ​ຢາມ​ຄັ້ງ​ນີ້​ເປັນ​ການ​ຕອບ​ຮັບ​ຕໍ່​ການ​ຢ້ຽມ​ຢາມ​ປະ​ເທດ​ຕົນ​ຂອງ​ທູດ​ພິ​ເສດ​ທີ່​ແຕ່ງ​​ຕັ້ງໂດຍ​ທ່ານ ກິມ​ເຈິງ​ອຸນ ຜູ້​ນຳ​ສູງ​ສຸດ​ສ​ປ​ປ​ເກົາຫຼີ​ໃນ​ໂອ​ກາດ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ພຽງ​ຊາງ.

    ວັນ​ທີ 9 ກຸມ​ພ​າ​ຜ່ານ​ມາ, ທ່ານ ກິມ​ຢົງ​ນາມ ປະ​ທານ​ຄະ​ນະ​ປະ​ຈຳ​ສະ​ພ​າ​ປະ​ຊາ​ຊົນ​ສູງ​ສຸດ​ສ​ປ​ປ​ເກົາຫຼີ ໄດ້​ນຳ​ພາ​ຄະ​ນະ​ຜູ້​ແທນ​ລະ​ດັບ​ສູງ​ເດີນ​ທາງ​ເຖິງ​ສ.ເກົາຫຼີ​ດ້ວຍ​ຍົນ​ພິ​ເສດ ເພື່ອ​ເຂົ້າ​ຮ່ວມ​ພິ​ທີ​ໄຂ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ພຽງ​ຊາງ​ທີ່​ຈັດ​ຂຶ້ນ​ໃນ​ຕອນ​ຄ່ຳ​ມື້​ດຽວ​ກັນ. ມື້​ຕໍ່​ມາ, ທ່ານ ມູນ​ແຈ​ອິນ ປະ​ທາ​ນາ​ທິ​ບໍ​ດີ​ສ.ເກົາຫຼີ​ໄດ້​ຕ້ອນ​ຮັບ​ການ​ເຂົ້າ​ພົບ​ຂອງ​ຄະ​ນະ​ຜູ້​ແທນ​ລະ​ດັບ​ສູງ​ຂອງ​ສ​ປ​ປ​ເກົາ​ຫຼີ​ຢູ່​ທຳ​ນຽບ​ຊົງ​ວາ​ເດ ທັງ​ຮ່ວມ​ກັນ​ຮັບ​ປະ​ທານ​ອາ​ຫານ​ທ່ຽງ. ທ່ານ​ນາງ ກິມ​ອີ​ເຈິງ ທູດ​ພິ​ເສດ​ຂອງ​ທ່ານ ກິມ​ເຈິງ​ອຸນ ຜູ້​ນຳ​ສູງ​ສຸດ​ສ​ປ​ປ​ເກົາຫຼີ ໄດ້​ຝາກ​ຈົດ​ໝາຍ​ຂອງ​ທ່ານ​ ກິມ​ເຈິງ​​ອຸນ ກ່ຽວ​ກັບ​ການ​ປັບ​ປຸງ​ສາຍ​ພົວ​ພັນ​ສອ​ງ​ປະ​ເທດນັ້ນ​ໃຫ້​ທ່ານ ມູນ​ແຈ​ອິນ ແລະ​ໄດ້​ຝາກ​ຄຳ​ເຊີນ​​ຂອງ​ທ່ານ ກິມ​ເຈິງ​ອຸນ ທີ່​ເຊື້ອ​ເຊີນ​ທ່ານ ມູນ​ແຈ​ອິນ ຢ້ຽມ​ຢາມ​ສ​ປ​ປ​ເກົາຫຼີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ