ກົນ​ໄກ​ປະ​ເທດບ​ຣິກ​ສ໌​ມີ​ອິດ​ທິ​ພົນ​ໃນ​ສາ​ກົນ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ
2018-03-06 16:22:23  cri 
    ເວັບ​ໄຊ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ​ລາຍ​ງານ​ໃນ​ວັນ​ທີ 5 ມີ​ນານີ້​ວ່າ, ທ່ານ ເຊີ​ເກ ລາ​ຟ​ຣົ​ຟ ລັດ​ຖະ​ມົນ​ຕີ​ກະ​ຊວ​ງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ ໄດ້​ກ່າວ​ໃນ​ໂອ​ກາດ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ວ່າ, ກົນ​ໄກ​ປະ​ເທດບ​ຣິກ​ສ໌ ມີ​ອິດ​ທິ​ພົນ​ໃນ​ສາ​ກົນ​ໄດ້ເພີ່ມ​ຂຶ້ນຢ່າງ​ບໍ່​ຢຸດຢັ້ງ, ປະ​ຊາ​ຄົມ​ໂລກ​ມີ​ຄວາມ​ສົນ​ໃຈ​ເພີ່ມ​ຂຶ້ນ​ຕໍ່​ປະ​ເທດບ​ຣິກ​ສ໌.

    ທ່ານ ລາ​ຟ​ຣົ​ຟ ກ່າວ​ວ່າ, ມະ​ຕິ​ທີ່​ກ່ຽວ​ຂ້ອງ​ທີ່​ຮັບ​ຮອງ​ພາຍ​ໃຕ້​ກົນ​ໄກ​ປະ​ເທດບ​ຣິ​ກ​ສ໌ ມີ​ອິດ​ທິ​ພົນຫຼາຍກວ່າ​ຂອບ​ເຂດ​ປະ​ເທດບ​ຣິກ​ສ໌​ເອງ ໂດຍ​ສົ່ງ​ໄປ​ເຖິງ​ເວ​ທີ​ການ​ເມືອງ​ແລະ​ເສ​ດ​ຖະ​ກິດ​ສາ​ກົນ​ທີ່​ຕ່າງ​ກັນ, ເຮັດ​ໃຫ້​ກໍ່​ຕົວ​ເປັນ​ລະ​ບົບ​ໂລກຫຼາຍ​ຂົ້ວທີ່​ທ່ຽງ​ທຳ​ແລະ​ມີ​ປະ​ຊາ​ທິ​ປະ​ໄຕຫຼາຍກວ່າ​ເກົ່າ, ແມ່ນ​ແບບ​ຢ່າງ​ຂອງ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຂອງຫຼາຍ​ຝ່າຍ​ແລະ​ຮວມ​ໝູ່​ໃນ​ວຽກ​ງານ​ສາ​ກົນ.

     ທ່ານ ລາ​ຟ​ຣົ​ຟ ກ່າວ​ຕື່ມ​ວ່າ, ອາ​ຟ​ຣິກ​ກາ​ໃຕ້ ເປັນ​ປະ​ເທດ​ປະ​ທານ​ໝູນ​ວຽນ​ຂອງ​ປະ​ເທດບ​ຣິກ​ສ໌ 2018, ໂດຍ​ໃນ​ປີນີ້, ປະ​ເທດບ​ຣິກ​ສ໌ ຈະ​ສຸມ​ໃສ່​ບັນ​ຫາ​ແລະ​ສິ່ງ​ທ້າ​ທາຍ​ຕົ້ນ​ຕໍ​ທີ່​ແຜ່ນ​ດິນ​ໃຫຍ່​ອາ​ຟ​ຣິກາ​ຜະ​ເຊີນ ແລະ ທະ​ນາ​ຄານ​ພັດ​ທະ​ນາ​ໃໝ່​ປະ​ເທດບ​ຣິກ​ສ໌ ຈະ​ສ້າງ​ໂອ​ກາດ​ໃໝ່​ໃຫ້​ແກ່​ການ​ລົງ​ເລິກ​ການ​ເຈ​ລະ​ຈາ​ກັບ​ອາ​ຟ​ຣິ​ກາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ