ຍົນ​ຂົນ​ສົ່ງຣັດ​ເຊຍ​ຕົກຢູ່​ຊີຣີ ​ເຮັດ​ໃຫ້​ທະຫານ 39 ຄົນ​ເສຍ​ຊີວິດ
2018-03-07 10:53:23  cri 

ກະຊວງ​ປ້ອງ​ກັນ​ປະ​ເທດຣັດ​ເຊຍ​ຢືນຢັນ​ໃນ​ວັນ​ທີ 6 ມີນາ​ນີ້​ວ່າ: ຍົນ​ຂົນ​ສົ່ງ​ອານ-26 ລຳ​ໜຶ່ງ​ຂອງ​ຕົນຕົກ​ຢູ່​ຖານ​ທັບ​ອາກາດ​ຮະ​ເມ​ມິ​ມຂອງຣັດ​ເຊຍ​ປະຈຳ​ຊີຣີ​ໃນ​ວັນ​ດັ່ງກ່າວ ສົ່ງ​ຜົນ​ເຮັດ​ໃຫ້ທະຫານຣັດ​ເຊຍ 39 ຄົນ​ເສຍ​ຊີວິດ ລວມທັງ​ພົນ​ຕີ​ຄົນ​ໜຶ່ງ.

ຂ່າວສານ​ໂນ​ໂວ​ສະຕີຣັດ​ເຊຍ​ໄດ້​ອ້າງ​ຕາມ​ແຫຼ່ງຂ່າວ​ຈາກ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ໂດຍ​ລາຍ​ງານ​ວ່າ ຍົນ​ຂົນ​ສົ່ງ​ທາງ​ການ​ທະຫານ​ລຳ​ດັ່ງກ່າວ​ໄດ້​ຕົກ​ຂະນະ​ພວມ​ລົງ​ຈອດ ​ແລະ​ບ່ອນ​ເກີດ​ເຫດ​ຫ່າງ​ຈາກລານ​ຂຶ້ນລົງ​ຂອງ​ຍົນ​ປະມານ 500 ​ແມັດ​ເທົ່າ​ນັ້ນ. ຂໍ້​ມູນ​ທີ່​ກ່ຽວຂ້ອງ​​ແຈ້ງວ່າ ຢູ່​ເທິງ​ຍົນ​ມີ​ຜູ້​ໂດຍສານ 33 ຄົນ ​ແລະ ຈຸ​ບິນ 6 ຄົນ ​ເສຍ​ຊີວິດ​ທັງ​ໝົດ​ແລ້ວ.

ຕາມການ​ສັນນິຖານ​​ໃນເບື້ອງ​ຕົ້ນ, ​ເຫດການ​ດັ່ງກ່າວ​ອາດ​ຈະ​ເກີດ​ຂຶ້ນຍ້ອນ​​ເຄື່ອງຈັກ​ຕິດ​ຂັດ. ຂະນະ​ທີ່​ກະຊວງ​ປ້ອງ​ກັນ​ປະ​ເທດຣັດ​ເຊຍ ກໍ​ຢືນຢັນວ່າ: ບົດ​ລາຍ​ງານ​ສະຖານ​ທີ່​ເກີດ​ເຫດ​ສະ​ແດງ​ໃຫ້​ເຫັນ​ວ່າ ຍົນ​ລຳ​ດັ່ງກ່າວ​ບໍ່​ໄດ້​ຖືກ​ໂຈມ​ຕີ​ແຕ່​ຢ່າງ​ໃດ ​ແລະ​ເຈົ້າໜ້າ​ທີ່ຈະ​ສືບສວນ-ສອບ​ສວນ​ຫາ​ສາ​ເຫດ​ທີ່​ອາດ​ຈະ​ເປັນ​ໄປ​ໄດ້​ທຸກ​ຢ່າງ​ທີ່​ພາ​ໃຫ້​ເກີດ​ເຫດ​ດັ່ງກ່າວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ