​ຈີນ: ຮຽກຮ້ອງ​ໃຫ້​ຍີ່ປຸ່ນ​ສຶກສາອົບຮົມ​ຊາວ​ໜຸ່ມ​​ໃຫ້​ຮູ້ຈັກປະຫວັດສາດ​ທີ່​ຖືກຕ້ອງ
2018-03-07 17:45:31  cri 
ວັນ​ທີ 6 ມີນາ​ນີ້, ທ່ານ​​ເກີ​ງສວງ ​ໂຄສົກ​ກະຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວຢູ່ນະຄອນຫຼວງປັກ​ກິ່ງ​ວ່າ: ຈີນ​​ເລັ່ງທວງ​ຢ່າງ​ເຄັ່ງຂຶມ ​ເພື່ອ​ໃຫ້​ຍີ່ປຸ່ນ​​ກ້າ​ຜະ​ເຊີນ​ປະ​ຫວັດ​ສາດ ​ແລະ​ສະ​ພາບ​​ຄວາມ​ເປັນ​ຈິງ, ​ໃນ​ປັດຈຸບັນ ສຶກສາອົບຮົມ​ຊາວ​ໜຸ່ມ​​ໃຫ້​ຮູ້​ ​ແລະ​ເຂົ້າ​ໃຈປະຫວັດສາດ​ທີ່​ຖືກຕ້ອງ, ຫຼີກ​ເວັ້ນສ້າງການ​ກີດຂວາງ​​ໃໝ່​ຕໍ່​ສາຍ​ພົວພັນ​ຈີນ-ຍີ່ປຸ່ນ.

ຕາມ​ຂ່າວ​ແຈ້ງ​ວ່າ: ​ເມື່ອ​ບໍ່​ດົນ​ມາ​ນີ້, ກະຊວງ​ສຶກສາ​ທິການ, ​ວັດ​ທະນະ​ທຳກິລາ, ວິທະຍາສາດ​ເຕັກ​ໂນ​ໂລ​ຊີຍີ່ປຸ່ນ​ໄດ້​ປະກາດ​ແຜນ​ການດັດ​​ແປງ​ຂໍ້ຄວາມ​ສຳຄັນຂອງ​ການ​ສຶກສາ​ໃນ​ໂຮງ​ຮຽນ​ມັດທະຍົມປາຍ ​ເຊິ່ງ​ໄດ້​ຮຽກຮ້ອງ​ໃຫ້​ຕື່ມ​ເນື້ອ​ໃນ​ໃສ່​ວ່າ "​ເກາະຕ້ຽວ​ຢູ​ເປັນ​ຜືນ​ແຜ່ນດິນ​ຍີ່ປຸ່ນແຕ່​ໃດໆ​ມາ", ​ແລ​​ະ "ບໍ່​​ເຄີຍມີ​ຂໍ້​ຂັດ​ແຍ່ງ​ໃດ​ໆ" ​ແລະ​ອື່ນໆ. ດັ່ງ​ນັ້ນ, ທ່ານ​ເກີ​ງສວງ​ກ່າວ​​ວ່າ: ຈີນ​ໄດ້ຕໍ່ວ່າ​ທັກ​ທ້ວງ​ຍີ່​ປຸ່ນຕໍ່​ບັນຫາ​ດັ່ງກ່າວ​ຢ່າງ​​ເຄັ່ງ​ຂຶມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ