ຢູ່​ນະຄອນ​ຫຼົງ​ນານ​ແຂວງ​ກ່ານ​ຊູ້​​ຈັດ​ງານສະ​ແດງວັດທະນະທຳ ​ເພື່ອ​ອວຍ​ພອນ​ເຊິ່ງກັນ ​ແລະ​ກັນ
2018-03-07 17:53:17  cri 


ໃນ​ຕົ້ນ​ເດືອນ​ມີນານີ້, ຢູ່​ເມືອງຕາ​ແສງ​ເ​ຖ້​ໂຫຼ​ເວີນ​ຊ້ຽນນະຄອນ​ຫຼົງ​ນານ​ແຂວງ​ກ່ານ​ຊູ້ ສປ ຈີນ​ໄດ້​ຈັດ​ກິດຈະກຳ​ວັດທະນະທຳ​ປະ​ເພນີ​ພິ​ເສດ ຄື: ​ເຕັ້ນ "ຊີ​ເກີ່​ໂຈ້" ​ແລະ​ເຕັ້ນ​ອ້ອມ​ກອງ ​ເພື່ອອວຍພອນ​ເຊິ່ງກັນ ​ແລະ​ກັນ.

​ເຕັ້ນ "ຊີ​ເກີ່​ໂຈ້" ​ເປັນ​ປະ​ເພນີ​ມາ​ແຕ່​ບູຮານ​ນະ​ການ​ຂອງ​ເຜົ່າ​ຈ້າງ​ປາຍ​ໝາ​ທີ່​ອາ​ໄສຢູ່​ຕາ​ແສງ​ເຖ້​ໂຫຼ​​ເມືອງ​ເວີນ​ຊ້ຽນນະຄອນ​ຫຼົງ​ນານ​ແຂວງ​ກ່ານ​ຊູ້ ​ແລະ​ເປັນ​ກິດຈະກຳ​ໄຫວ້​ບັນພະບຸລຸດ​ອັນ​ເປັນ​ມູນ​ເຊື້ອ ​ເຊິ່ງ​ໄດ້​ຖືກຣັບຮອງ​ເປັນ​ມໍ​ລະ​ດົກ​ວັດທະນະທຳ​ທີ່ບໍ່​ແມ່ນ​ວັດຖຸ​ລະດັບ​ຊາດ.

1  2  3  4  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ