ຈະ​ຈັດ​ກາ​ນ​ພົບ​ປະ​ສຸດຍອດ​ສ.ເກົາຫຼີ ແລະ ສ​ປ​ປ ເກົາຫຼີ​ໃນ​ເດືອນ​ເມ​ສາ​ໜ້າ​ນີ້
2018-03-07 10:38:52  cri 
ວັນ​ທີ 6 ມີ​ນາ​ນີ້, ທ່ານ​ຈົງ​ອຸຍ​ຢົງ ຫົວ​ໜ້າ​ຄະ​ນະ​ທູດ​ພິ​ເສດ​ສ.ເກົາຫຼີ, ຫົວ​ໜ້າ​ຫ້ອງ​ການ​ປ້ອງ​ກັນ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດຊົງ​ວາ​ເດ​ກ່າວ​ວ່າ, ສ.ເກົາຫຼີ​ ແລະ ສ​ປ​ປ ເກົາຫຼີ​ຕົກ​ລົງ​ຈະ​ຈັດ​ການ​ພົບ​ປະ​ສຸດຍອດ​ຢູ່ "ເຮືອນ​ສັນ​ຕິ​ພາບ" ​ເບື້ອງ​ສ.ເກົາ​ຫຼີ​ຂອງເຂດ​ປານ​ມຸນ​ຈອມ​ໃນ​ທ້າຍ​ເດືອນ​ເມ​ສາ​ໜ້າ​ນີ້.

ໂອ​ກາດ​ນີ້, ​ທ່ານ​ຈົງ​ອຸຍ​ຢົງ​ເປີດ​ເຜີຍ​ຜົນ​ຂອງ​ການ​ຢ້ຽມ​ຢາມ ​ສ​ປ​ປ ເກົາຫຼີ​ຢູ່​ຊົງ​ວາ​ເດ​ໃນ​ມື້​ດຽວ​ກັນ​ວ່າ, ສ​ປ​ປ ເກົາຫຼີ​ໄດ້​ສະ​ແດງ​ເຖິງ​ຄວາມ​ມຸ່ງ​ຫວັງ​ທີ່​​ຈະບັນ​ລຸ​ການ​ປອດ​ນິວ​ເຄຼຍ​​ຢູ່​ແຫຼມ​ເກົາຫຼີ ແລະ ມີ​ເຈດ​ຈຳ​ນົງ​ຈະ​ເຈ​ລະ​ຈາ​ກັບ​ອາ​ເມ​ລິ​ກາ. ເຈົ້າ​ໜ້າ​ທີ່​ສ​ປ​ປ ເກົ​າຫຼີ​ກ່າວ​ຢ່າງ​ຈະ​ແຈ້ງວ່າ, ຂໍ​ພຽງ​ແຕ່​​ຢຸດ​ຕິ​ການ​ຂົ່ມ​ຂູ່​ທາງ​ການ​ທະ​ຫາ​ນ​ຕໍ່​ ສ​ປ​ປ ເກົາຫຼີ ແລະ ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ຂອງ​ລະ​ບອບ​ສັງ​ຄົມ​ ສ​ປ​ປ ເກົາຫຼີ, ສ​ປ​ປ ເກົາ​ຫຼີ​ບໍ່​ມີ​ເຫດ​ຜົນ​ຈະ​ພັດ​ທະ​ນາ​ອາ​ວຸດ​ນິວ​ເຄຼຍແຕ່​ຢ່າງ​ໃດ.

ທ່ານ​ກິມ​ເຈິງ​ອຸນ ຜູ້​ນຳ​ສູງ​ສຸດ ສ​ປ​ປ ເກົາຫຼີ​ໄດ້​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ​ຄະ​ນະ​ທູດ​ພິ​ເສດ ສ.ເກົາຫຼີ ແລະ ຈັດ​ງານ​ລ້ຽງ​ອາ​ຫານ​ຄ່ຳ ໃນ​ວັນ​ທີ 5 ມີ​ນາ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ