ຈີນ​ຫວັງ​ໃຫ້​ການ​ຮ່ວມ​ມື​ທີ່​ກ່ຽວ​ຂ້ອງ​ສາ​ມາດ​ສ້າງ​ຜົນ​ດີ​ໃຫ້​ແກ່​ສັນ​ຕິ​ພາບ, ສະ​ເຖຍ​ລະ​ພາບ ແລະ ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອ​ງ​ພາກ​ພື້ນ
2018-03-07 10:40:56  cri 
​ວັນ​ທີ 6 ມີ​ນາ​ນີ້, ​ທ່ານ​ເກິ໋ງ​ສວງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​​ໄດ້ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ ກ່ຽວ​ກັບ​ກຳ​ປັ່ນ​ບັນ​ທຸກ​ເຮືອ​ບິນ​ອາ​ເມ​ລິ​ກາ​ຢ້ຽມ​ຢາມ​ຫວຽດ​ນາມ​ເມື່ອ​ມໍ່ໆ​ມາ​ນີ້, ທ່ານ​ກ່າວ​ວ່າ, ຈີນ​ຫວັງ​ໃຫ້​ການ​ຮ່ວມ​ມື​ທີ່​ກ່ຽວ​ຂ້ອງ​ສາ​ມາດ​ສ້າງ​ຜົນ​ດີ​ໃຫ້​ແກ່​ສັນ​ຕິ​ພາບ, ສະ​ເຖຍ​ລະ​ພາບ ແລະ ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອ​ງ​ພາກ​ພື້ນ.

ຕາມ​ຂ່າວ​ແຈ້ງວ່າ, ກຳ​ປັ່ນ​ບັນ​ທຸກ​ເຮືອ​ບິນ​ອາ​ເມ​ລິ​ກາ​ເລີ່ມ​ຢ້ຽມ​ຢາມ​ຫວຽດ​ນາມ​ແຕ່​ວັນ​ທີ 5 ມີ​ນາ​ນີ້ ເຊິ່ງ​ແມ່ນ​ກຳ​ປັ່ນ​ບັນ​ທຸກ​ເຮືອ​ບິນ​​ອາ​ເມ​ລິ​ກາທີ່​ຢ້ຽມ​ຢາມ​ຫວຽດ​ນາມເປັນ​ຄັ້ງ​ທຳ​ອິດ ພາຍຫຼັງ​ສົງ​ຄາມ​ຫວຽດ​ນາມ​ປີ 1975 ສິ້ນ​ສຸດ​ລົງ. ທ່ານ​ເກິ໋ງ​ສວງ​ກ່າວ​ໃນ​ພິ​ທີ​ຖະ​ແຫຼງ​ຂ່າວ​ວ່າ, ຈີນ​ບໍ່​ມີ​ຄວາມ​ເຫັນ​ຕໍ່​ປະ​ເທດ​ທີ່​ກ່ຽວ​ຂ້ອງ​​ເສີມຂະ​ຫຍາຍ​ການ​ພົວ​ພັນ​ເປັນປົກ​ກະ​ຕິ ແລະ​ ດຳ​ເນີນ​ການ​ຮ່ວມ​ມື​ກັນ​ຕາມ​ປົກ​ກະ​ຕິ. ຂະ​ນະ​ດຽວ​ກັນ, ຈີນ​ກໍ​ຫວັງ​ໃຫ້ການ​ຮ່ວມ​ມື​ທີ່​ກ່ຽວ​ຂ້ອງ​ສາ​ມາດ​ສ້າງ​ຜົນ​ດີ​ໃຫ້​ແກ່​ສັນ​ຕິ​ພາບ, ສະ​ເຖຍ​ລະ​ພາບ ແລະ ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອ​ງ​ພາກ​ພື້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ