ຈີນ​ກຳ​ລັງ​ສ້າງ​ສູນ​ການ​ຮ່ວມ​ມື​ລະ​ດົມ​ທຶນ​ສາ​ກົນ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ"
2018-03-07 16:32:24  cri 
    ທ່ານ ສື​ຢ້າວ​ປິ່ນ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ຈີນ ໄດ້​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ CRI ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ຂອງ​ກອງ​ປະ​ຊຸມ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຄັ້ງ​ທີ 1 ຊຸດ​ທີ 13 ​ໃນ​ວັນ​ທີ 7 ມີ​ນານີ້​ວ່າ, ປັດ​ຈຸ​ບັນ, ກຳ​ລັງ​ຜັນ​ຂະ​ຫຍາຍ​ໝາກ​ຜົນ​ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ສຸດຍອດ​ການ​ຮ່ວມ​ມື​ສາ​ກົນ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ" ທີ່​ໄຂ​ຂຶ້ນ​ໃນ​ປີ​ຜ່ານ​ມາ, ສ້າງ​ຕັ້ງ​ສູນ​ການ​ຮ່ວມ​ມື​ລະ​ດົມ​ທຶນ​ສາ​ກົນ. ນອກນີ້, ກະ​ຊວງ​ຕົນ​ຍັງ​ຈະ​ສືບ​ຕໍ່​ຊຸກ​ຍູ້​ການ​ເຈ​ລະ​ຈາ​ພາ​ສີ​ດ່ານຫຼາຍ​ຝ່າຍ​ແລະ​ສອງ​ຝ່າຍ, ຊຸກ​ຍູ້​ການ​ສ້າງ​ເຂດ​ການ​ຄ້າ​ເສ​ລີ, ຊຸກ​ຍູ້​ການ​ເປີດ​ປະ​ຕູ​ແບບ​ເທົ່າ​ທຽມ​ກັນ​ຕໍ່​ປະ​ເທດຫຼື​ເຂດ​ແຄວ້ນ​ທີ່​ກ່ຽວ​ຂ້ອງ​ກັບ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ", ແລະ​ເຮັດ​ວຽກຫຼຸດ​ຜ່ອນ​ພາ​ສີ​ດ່ານ​ກັບ​ປະ​ເທດ​ທີ່​ໄດ້​ເຊັນ​ສັນ​ຍາ​ແລ້ວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ