ສິ​ລະ​ປະ​ປັ້ນ​ເນີຍ​ຂອງວັດ​ທາ​ເອີ
2018-03-07 16:38:48  cri 

ວັນ​ທີ 2 ມີ​ນານີ້, ຢູ່​ວັດ​ທາ​ເອີ ​ເຊິ່ງ​ເປັນວັດ​ທີ່​ມີ​ຊື່​ສຽງ​ດ້ານ​ສາ​ສະ​ໜາ​ພຸດ​ນິ​ກາຍ​ຕິ​ເບດ​ຢູ່​ໃນ​ເມືອງ​ຮວງ​ຈົ່ງ​ນະ​ຄອນ​ຊີ່​ນິງ​ແຂວງ​ຊິ່ງ​ໄຫ​ ສ​ປ ຈີນ ໄດ້​ຈັດ​ງານ​ວາງ​ສະ​ແດງ​ຮູບ​ປັ້ນ​ເນີຍ​ຢ່າງ​ຄຶກ​ຄື້ນ ໂດຍ​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຢ່າງຫຼວງຫຼາຍ.
​ສິ​ລະ​ປະ​ປັ້ນ​ເນີຍ ແມ່ນ​ໜຶ່ງ​ໃນ 3 ສິ​ລະ​ປະ​ຍອດ​ຢ້ຽມ​ຂອງວັດ​ທາ​ເອີ, ປັ້ນ​ແລະ​ຄວັດ​ດ້ວຍ​ເນີຍ​ໂດຍ​ພະ​ສົງ​ວັດ​ດັ່ງ​ກ່າວ, ສ່ວນຫຼາຍ​ຈະ​ເຮັດ​ເປັນ​ພະ​ພຸດ​ທະ​ຮູບ, ​ຄົນ, ນົກ, ສັດ, ດອກ​ໄມ້, ຕົ້ນ​ໄມ້ ແລະ​ອື່ນໆ, ຮູບ​ຄື​ແທ້​ຄື​ວ່າ, ມີ​ສີ​ສັນ​ອຸ​ດົມ​ສົມ​ບູນ, ເຊິ່ງ​ມີ​ລະ​ດັບດ້ານ​ສິ​ລະ​ປະ​ສູ​ງຫຼາຍ​ແລະ​ມີ​ສະ​ເໜ່​ພິ​ເສດ ໂດຍ​ໄດ້​ຖືກ​ຈັດ​ເຂົ້າ​ໃນ​ບັນ​ຊີ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ທີ່​ບໍ່​ແມ່ນ​ວັດ​ຖຸ​ລະ​ດັບ​ຊາດງວດ​ທຳ​ອິດ​ໃນ​ປີ 2006.

1  2  3  4  5  6  7  8  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ