ໜ່ວຍ​ຕຳຫຼວດ​ຈະ​ລາ​ຈອນ​ຍິງ​ໃນ​ຕົວ​ເມືອງ
2018-03-08 11:55:59  cri 

ນະ​ຄອນ​ເຊິນ​ເຈີ້ນ​ແຂວງກວາງ​ຕຸ້ງ​ ສ​ປ ຈີນ​ມີ​ໜ່ວຍ​ຕຳຫຼວດ​ຈະ​ລາ​ຈອນ​ຍິງ​ໜ່ວຍ​ໜຶ່ງ​ເຊິ່ງ​​ແຕ່​ລະ​ມື້, ເຂົາ​ເຈົ້າ​ນຸ່ງ​ເຄື່ອງ​ແບບ​ເຕັມ​ຍົດ,ຂັບ​ລົດ​ຈັກ​ໜັກ 300 ກິ​ໂລໄປ​ປະ​ຕິ​ບັດ​ໜ້າ​ທີ່​ລາດ​ຕະ​ເວນ​ຕາມ​ທ້ອງ​ຖະ​ໜົນ​ເພື່ອກວດ​ກາ​ການ​ກະ​ທຳ​ຜິດ​ກົດ​ຈະ​ລາ​ຈອນ, ຮັບ​ປະ​ກັນ​ບໍ່​ໃຫ້​ມີ​ການ​​ສັນ​ຈອນ​ແອ​ອັດ​ແລະ​ວຽກ​ອື່ນໆ​.

ໜ່ວຍ​ຕຳຫຼວດ​ຈະ​ລາ​ຈອນ​​ຍິງ​​ນະ​ຄອນ​ເຊິນ​ເຈີ້ນ​ເລີ່ມ​ປະ​ຕິ​ບັດ​ໜ້າ​ທີ່​ດ້ວຍ​ການ​ຂັບ​ລົດ​ຈັກ​ຢ່າງ​ເປັນ​ທາງ​ການ​ແຕ່​ເດືອນ​ຕຸ​ລາ​ປີ 2016 ເປັນ​ຕົ້ນ​ມາ, ທຳ​ອິດ​ມີ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ຈະ​ລາ​ຈອນ 12 ຄົນ,ມາ​ຮອດ​ປັດ​ຈຸ​ບັນ​ເພີ່ມ​ຂຶ້ນ​ເປັນ 20 ຄົນ. ນັບ​ຕັ້ງ​ແຕ່ໜ່ວຍ​ຕຳຫຼວດ​ຈະ​ລາ​ຈອນ​ຍິງ​ດັ່ງ​ກ່າວ​ສ້າງ​ຕັ້ງ​ຂຶ້ນ​ເປັນ​ຕົ້ນ​ມາ, ເຂົາ​ເຈົ້າ​ກໍ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ຂາດ​ບໍ່​ໄດ້​ໃນຫຼາຍ​ດ້ານ​ເຊັ່ນ ​ຊ່ວຍ​ປັບ​ປຸງຊີ​ວິດ​ການ​ເປັນ​ຢູ່​ຂອງ​ຊາວ​ເມືອງ, ​ການຄົມ​ມະ​ນາ​ຄົມ​ໃນ​ຕົວ​ເມືອງ​ແລະ​ອື່ນໆ​ໃຫ້​ດີ​ຂຶ້ນ​ຕາມ​ລຳ​ດັບ.
1  2  3  4  5  6  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ