ສະຫະພາບ​ເອີຣົບຈະ​ອອກ​ມາດ​ຕະການທີ່​ແນ​ໃສ່​ອາ​ເມ​ລິ​ກາຂຶ້ນພາສີ​ເຫຼັກ​ກ້າ ​ແລະ​ອາ​ລູມີ​ນຽມຕື່ມ
2018-03-08 12:09:15  cri 
ວັນ​ທີ 7 ມີນາ​ນີ້, ຄະນະ​ກຳມາ​ທິການ​ສະຫະພາບ​​ເອີຣົບ​ໄດ້ປະກາດ​ຫຼັງ​ກອງ​ປະຊຸມ​ວ່າ: ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ຮັບຮອງ​ເອົາ​ແຜນການ​ອອກ​ມາດ​ຕະການ​ທີ່​ແນ​ໃສ່ອາ​ເມ​ລິ​ກາ​ຂຶ້ນ​ເຫຼັກ​ກ້າ ​ແລະ​ອາ​ລູມີ​ນຽມຕື່ມ.
ຄະນະ​ກຳມາທິການ​ສະຫະພາບ​ເອີຣົບ​ໄດ້​ອອກ​ຖະ​ແຫຼ​ງການ​ວ່າ: ຖ້າ​ອາ​ເມ​ລິ​ກາ​ປະກາດຂຶ້ນ​ພາສີ​ນຳ​ເຂົ້າ​ເຫຼັກ​ກ້າ ​ແລະ​ອາ​ລູ​ມີ​ນຽມຕື່ມ ​ແລະ​ສ້າງ​ຜົນ​ກະທົບ​ຕໍ່​ເສດ​ຖະກິດສະຫະພາບ​ເອີຣົບ​​ນັ້ນ, ສະຫະພາບ​ເອີຣົບກໍ​ຈະ​ອອກ​ມາດ​ຕະການ​ຄູ່​ກັບ​ການ​ກະທຳ​ຂອງ​ອາ​ເມ​ລິ​ກາ ທັງສອດ​ຄ່ອງ​ກັບ​ກົດ​ລະບຽບ​ຂອງWTO.

ທ່ານ​ໂດ​ນານ ທຣຳ ປະທານາທິບໍດີ​ອາ​ເມ​ລິ​ກາ​ໄດ້​ປະກາດ​ໃນ​ທ້າຍ​ອາທິດ​ຜ່ານ​ມາວ່າ: ຈະ​ອອກ​ມາດ​ຕະການຮູບ​ປະ​ທຳ​ກ່ຽວ​ກັບ​ການຂຶ້ນ​ພາສີ​ນຳ​ເຂົ້າ​ຜະລິດ​ຕະພັນ​ເຫຼັກ​ກ້າ ​ແລະ​ອາ​ລູ​ມີ​ນຽມ​ສູງ​ຂຶ້ນອີກ 25% ​ແລະ 10% ​ໃນ​ອາທິດ​ນີ້. ການ​ກະທຳ​ດັ່ງກ່າວ​ບໍ່​ພຽງ​ແຕ່​​​ເຮັດ​ໃຫ້​ຄູ່​ຄ້າ​ຫຼາຍ​ປະ​ເທດ​ບໍ່​ພໍ​ໃຈ​ເທົ່າ​ນັ້ນ, ພາຍ​ໃນ​ປະ​ເທດ​ກໍມີ​ສຽງ​ຄັດຄ້ານ​ເຊັ່ນ​ກັນ​ໂດຍ​ເປັນ​ຫ່ວງ​ການ​ກະທຳ​ດັ່ງກ່າວ​ຈະສ້າງ​ຜົນ​ເສຍ​ຫາຍຕໍ່​ການ​ສ້າງ​ວຽກ​​ເຮັດງານ​ທຳ ​ແລະ​ເຮັດ​ໃຫ້ປະ​ເທດ​ຄູ່​ຄ້າອອກ​ມາດ​ຕະການ​ແກ້ຄືນ​ຢ່າງ​ຮີບດ່ວນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ