2 ​ເດືອນຕົ້ນ​ປີ​ນີ້ ການ​ນຳ​ເຂົ້າ-ສົ່ງ​ອອກ​ຂອງ​ຈີນ​ເພີ່ມ​ຂຶ້ນ​ຢ່າງ​ໄວວາ
2018-03-09 15:58:15  cri 
ວັນ​ທີ 8 ມີນາ​ນີ້, ກົມ​ໃຫຍ່​ພາ​ສີ​ຈີນ​​​ເປີດ​ເຜີຍ​ວ່າ: ​ໃນ​​ເດືອນ​ກຸ​ມພາ​ຜ່ານ​ມານີ້, ມູນ​ຄ່າ​ການ​ນຳ​ເຂົ້າ-ສົ່ງ​ອອກຂອງ​ຈີນ​ໄດ້​ບັນລຸ​ເຖິງ 2000 ຕື້​ຢວນ, ​ເພີ່ມ​ຂຶ້ນ 17,2% ທຽບ​ໃສ່​ໄລຍະ​ດຽວ​ກັນຂອງ​ປີຜ່ານມາ ​ແລະ​ສືບ​ຕໍ່​ຮັກສາ​ຈັງຫວະ​ການ​ເຕີບ​ໂຕ​ຢ່າງ​ໄວວາ.

ຂໍ້​ມູນ​ທາງ​ການ​ທີ່​ເປີດ​ເຜີຍ​ໃນ​ມື້​ດຽວ​ກັນ​ໄດ້​ຊີ້​​ໃຫ້​ເຫັນ​ວ່າ: ​ໃນ​ເດືອນ​ກຸມພາຜ່ານ​ມາ​ນີ້, ການ​ສົ່ງ​ອອກ​ສິນຄ້າ​ຂອງ​ຈີນ​ບັນລຸ​ເຖິງ 1110 ຕື້​ຢວນ, ​ເພີ່ມ​ຂຶ້ນ 36,2% ​ແລະ​ການ​ນຳ​ເຂົ້າ​ບັນລຸ​ເຖິງ 888,16 ຕື້​ຢວນ, ຫຼຸດ​ລົງ 0,2%.

ຜູ້​ຊ່ຽວຊານ​ກ່າວ​ວ່າ: ​​ເນື່ອງ​ຈາກ​ບຸນ​ກຸດ​ຈີນ, ມູນ​ຄ່າ​ສົ່ງ​ອອກ​ໃນ​ເດືອນ​ກຸມພາ​ຜ່ານ​ມານີ້​ເພີ່ມ​ຂຶ້ນ​ຢ່າງ​​ໄວວາ ​ແລະມູນ​ຄ່າ​ການ​ນຳ​ເຂົ້າ​ຫຼຸດ​ລົງ​ໜ້ອຍ​ໜຶ່ງກໍ​ຕາມ, ​ແຕ່ກໍ​ບໍ່​ມີ​ຜົນ​ກະທົບ​ຕໍ່​ສະພາບ​ການ​ພັດທະນາ​ທີ່​ດີ​ຂອງ​ການ​ຄ້າ​ຕ່າງປະ​ເທດ​ຂອງ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ